ສ.ເກົາຫຼີສະເໜີການລົງນາມສົນທິສັນຍາການຄ້າດີຈີຕອນກັບອາຊຽນ

(VOVWORLD) -ສ.ເກົາຫຼີ ປາດຖະໜາຢາກປະຕິບັດບັນດາການຄົ້ນຄວ້າລວມກ່ຽວກັບການເລີ່ມເຄື່ອນໄຫວສົນທິສັນຍາດັ່ງກ່າວ, ຂໍ້ຕົກລົງທີ່ຄ້າຍຄືກັບສັນຍາຄູ່ຮ່ວມມືເສດຖະກິດເຕັກນິກດີຈີຕອນ (DEPA) ດ້ວຍການເຂົ້າຮ່ວມຂອງ ສິງກະໂປ, ນິວຊີແລນ ແລະ ຈີເລ.
ສ.ເກົາຫຼີສະເໜີການລົງນາມສົນທິສັນຍາການຄ້າດີຈີຕອນກັບອາຊຽນ - ảnh 1(ພາບປະກອບ: PA/birminghammail.co.uk)

ວັນທີ 13 ກັນຍາ, ສ.ເກົາຫຼີ ສະເໜີແນວຄວາມຄິດລົງນາມສົນທິສັນຍາສະບັບໃໝ່ກ່ຽວກັບການຄ້າດີຈີຕອນກັບອາຊຽນ ເພື່ອແນໃສ່ຮັບມືກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດທົ່ວໂລກທີ່ພວມມີການປ່ຽນແປງ. ຂໍ້ສະເໜີໂດຍທ່ານລັດຖະມົນຕີການຄ້າສ.ເກົາຫຼີ Yeo Han koo ຍົກອອກມາໃນກອງປະຊຸມແບບທາງໄກກັບບັນດາຄູ່ຮ່ວມຕຳແໜ່ງອາຊຽນ.

        ໃນກອງປະຊຸມ, ທ່ານລັດຖະມົນຕີ Yeo Han koo ໃຫ້ຮູ້ວ່າ, ສ.ເກົາຫຼີ ປາດຖະໜາຢາກປະຕິບັດບັນດາການຄົ້ນຄວ້າລວມກ່ຽວກັບການເລີ່ມເຄື່ອນໄຫວສົນທິສັນຍາດັ່ງກ່າວ, ຂໍ້ຕົກລົງທີ່ຄ້າຍຄືກັບສັນຍາຄູ່ຮ່ວມມືເສດຖະກິດເຕັກນິກດີຈີຕອນ (DEPA) ດ້ວຍການເຂົ້າຮ່ວມຂອງ ສິງກະໂປ, ນິວຊີແລນ ແລະ ຈີເລ.

        ບັນດາລັດຖະມົນຕີການຄ້າຂອງສ.ເກົາຫຼີ  ແລະ ບັນດາປະເທດອາຊຽນ ໃຫ້ຄຳໝັ້ນສັນຍາຮັກສາການພົວພັນດ້ານການຄ້າຢ່າງແໜ້ນແຟ້ນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ແລະ ຄວາມມານະພະຍາຍາມລວມ ເພື່ອຮັບມືກັບໄວຣັດ SARS-CoV-2 ສາຍພັນໃໝ່ ທີ່ຕິດແປດ, ແຜ່ລະບາດຢ່າງງ່າຍກວ່າ. 2 ຝ່າຍກໍ່ເຫັນດີຮ່ວມມືກັນໃນຄວາມມານະພະຍາຍາມເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ຈຳກັດບັນດາຂໍ້ກຳນົດກ່ຽວກັບສິ່ງແວດລ້ອມເຊິ່ງເຄີຍ ແລະ ກາຍເປັນຮົ້ວກີດຂວາງໃໝ່ສຳລັບການຄ້າເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ