ສ.ເກົາຫຼີ​ເປີດ​ນຳ​ໃຊ້​ເຂດ​ອາ​ຊຽນ​ຢູ່​ເກາະ Jeju

(VOVWORLD) -ໃນຂອບເຂດພິທີເປີດນຳໃຊ້ເຂດອາຊຽນຢູ່ ເກາະ Jeju, ສູນ ອາຊຽນ - ສ.ເກົາຫຼີ ໄດ້ສົມທົບກັນຈັດງານວາງສະແດງເຄື່ອງຫັດຖະກຳສິລະປະກຳ ຂອງບັນດາປະເທດ ອາຊຽນຂຶ້ນ. 
ສ.ເກົາຫຼີ​ເປີດ​ນຳ​ໃຊ້​ເຂດ​ອາ​ຊຽນ​ຢູ່​ເກາະ Jeju - ảnh 1ການນຳ ສ.ເກົາຫຼີ ພ້ອມກັບເອກອັກຄະລັດຖະທູດບັນດາ ປະເທດ ອາຊຽນ ປະຈຳ ສ.ເກົາຫຼີ (ພາບ: TTXVN)

ວັນທີ 15 ກັນຍາ, ສູນອາຊຽນ - ສ.ເກົາຫຼີ (AKC) ໄດ້ເປີດນຳໃຊ້ເຂດອາຊຽນ (ອາຊຽນ Hall) ຢູ່ເກາະ Jeju. ໂດຍໄດ້ຕັ້ງຢູ່ເຂດສູນສ້າງ ສັນຕິພາບສາກົນ Jeju ຂຶ້ນກັບເຂດທ່ອງທ່ຽວປະສົມ Jungmun, ເຂດອາຊຽນ ຢູ່ເກາະ Jeju ຈະແມ່ນເຂດສະເພາະໃຫ້ແກ່ບັນດາການເຄື່ອນໄຫວວາງສະແດງທີ່ເປັນປະຈຳ, ແນະນຳວັດທະນະທຳ, ການທ່ອງທ່ຽວ ດ້ວຍຄວາມຄາດຫວັງຈະປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ດ້ານວັດທະນະທຳ ແລະ ການທ່ອງທ່ຽວ ອາຊຽນ - ສ.ເກົາຫຼີ ກໍ່ຄືຊຸກຍູ້ການພົບປະແລກປ່ຽນປະຊາຊົນ ລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດ ອາຊຽນ. ທ່ານ Kim Hae-yong ເລຂາທິການໃຫຍ່ ສູນ AKC ໃຫ້ຮູ້ວ່າ: ສານທີ່ວ່າ “Weaving values together” (ພ້ອມກັນສ້າງ ບັນດາຄຸນຄ່າ) ສະແດງຄວາມຫວັງວ່າ ວັດທະນະທຳຂອງ ສ.ເກົາຫຼີ ແລະ ອາຊຽນ ຈະເຕີມເຕັມໃຫ້ແກ່ກັນ, ພ້ອມກັນພັດທະນາເພື່ອສ້າງຄຸນຄ່າໃໝ່. ກໍ່ຄືຜ່ານຂັ້ນຕອນແລກປ່ຽນວັດທະນະທຳນີ້, AKC ຫວັງວ່າການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ໃນຂອບເຂດພິທີເປີດນຳໃຊ້ເຂດອາຊຽນຢູ່ ເກາະ Jeju, ສູນ ອາຊຽນ - ສ.ເກົາຫຼີ ໄດ້ສົມທົບກັນຈັດງານວາງສະແດງເຄື່ອງຫັດຖະກຳສິລະປະກຳ ຂອງບັນດາປະເທດ ອາຊຽນຂຶ້ນ. ດ້ວຍຫົວຂໍ້ “ພ້ອມກັນສ້າງບັນດາຄຸນຄ່າ”, ງານວາງສະແດງບັນດາຜົນງານຫັດຖະກຳໄດ້ສະແດງໃຫ້ເຫັນຈິດໃຈອະນຸລັກຮັກສາມູນເຊື້ອຂອງແຕ່ລະປະເທດ, ພ້ອມທັງສາຍບັນດາວີດີໂອ ແລະ ພາບທີ່ສ່ອງແສງການດຳລົງຊີວິດ ແລະ ວັດທະນະທຳທັນທີ່ສະໄໝຂອງແຕ່ລະປະເທດ ອາຊຽນ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ