(vovworld) – ວັນທີ 28/06, ສ.ເກົາຫຼີ ຮັບຮູ້ມີ 1 ກໍລະນີຕື່ມອີກຖືກເສຍຊີວິດຍ້ອນຕິດເຊື້ອພະຍາດ MERS, ແຕ່ບໍ່ມີກໍລະນີໃດຕື່ມອີກຕິດເຊື້ອພະຍາດ. ນັບແຕ່ເມື່ອໂລກລະບາດດັ່ງກ່າວເກີດຂຶ້ນຢູ່ປະເທດນີ້ໃນວັນທີ 20/05 ມາຮອດປະຈຸບັນ, ພະຍາດ MERS ໄດ້ເຮັດໃຫ້ 32 ຄົນເສຍຊີວິດ ແລະ 182 ຄົນຖືກຕິດເຊື້ອພະຍາດດັ່ງກ່າວ. ກະຊວງສາທະລະນະສຸກສ.ເກົາຫຼີ ໃຫ້ຮູ້ວ່າ, ກໍລະນີຖືກເສຍຊີວິດນີ້ແມ່ນຄົນເຈັບອາຍຸ 55 ປີ, ບໍ່ມີພະຍາດໃດນອກຈາກ MERS.