ສ.ເກົາຫຼີ ໂຈະການປະຕິບັດສ່ວນໜຶ່ງຂອງຂໍ້ຕົກລົງການທະຫານກັບ ສປປ.ເກົາຫຼີ ປີ 2018
(VOVWORLD) - ລັດຖະບານ ສ.ເກົາຫຼີ ໄດ້ຮັບຮອງເອົາຂໍ້ສະເໜີແນະໂຈະການເຄື່ອນໄຫວສ່ວນໜຶ່ງຂອງຂໍ້ຕົກລົງການທະຫານກັບ ສປປ.ເກົາຫຼີ ທີ່ໄດ້ລົງນາມເມື່ອປີ 2018. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມວິສາມັນຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Han Duck-soo ເປັນປະທານ.
ລູກສອນໄຟຂອງ ສປປ.ເກົາຫຼີ ຖືດາວທຽມສອດແນມການທະຫານ (ພາບ: KCNA) |
ວັນທີ 22 ພະຈິກ, ລັດຖະບານ ສ.ເກົາຫຼີ ໄດ້ຮັບຮອງເອົາຂໍ້ສະເໜີແນະໂຈະການເຄື່ອນໄຫວສ່ວນໜຶ່ງຂອງຂໍ້ຕົກລົງການທະຫານກັບ ສປປ.ເກົາຫຼີ ທີ່ໄດ້ລົງນາມເມື່ອປີ 2018. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມວິສາມັນຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Han Duck-soo ເປັນປະທານ. ກ່ອນໜ້ານັ້ນ, ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ຈະປະຕິບັດບັນດາຂັ້ນຕອນເພື່ອໂຈະການປະຕິບັດສ່ວນໜຶ່ງເນື້ອໃນຂອງຂໍ້ຕົກລົງສະບັບດັ່ງກ່າວໂດຍຊົ່ວຄາວ ກໍຄື ຈະເຊື່ອມຕໍ່ບັນດາການເຄື່ອນໄຫວສືບສອດແນມ ແລະ ຕິດຕາມກວດກາຢູ່ອ້ອມເຂດຊາຍແດນຕິດກັບ ສປປ.ເກົາຫຼີ.
ນີ້ໄດ້ຮັບຖືວ່າ ແມ່ນປະຕິກິລິຍາຂອງ ສ.ເກົາຫຼີ ຕໍ່ເລື່ອງ ສປປ.ເກົາຫຼີ ຫາກໍຍິງດາວທຽມສອດແນມການທະຫານ.
ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ລົງນາມໃນຂໍ້ຕົກລົງການທະຫານຮອບດ້ານ (CMA) ເມື່ອວັນທີ 19 ກັນຍາ 2018, ຮຽກຮ້ອງໃຫ້ຢຸດທຸການເຄື່ອນໄຫວການທະຫານເປັນປໍລະປັກລະຫວ່າງສອງຝ່າຍ, ສ້າງຕັ້ງບັນດາເຂດເຊື່ອມຕໍ່ໃນທະເລ, ຫັນເຂດປອດທະຫານ (DMZ) ໃຫ້ກາຍເປັນເຂດສັນຕິພາບ ແລະ ມີຫຼາຍມາດຕະການອື່ນ.