ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມແກ້ໄຂບັນດາສິ່ງທ້າທາຍທີ່ນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ
(VOVWORLD) - ທ່ານ Lim Soo – suk ໂຄສົກກະຊວງການຕ່າງປະເທດ ສ.ເກົາຫຼີ ເນັ້ນໜັກວ່າ ສ.ເກົາຫຼີ ຈະປະຕິບັດສຳເລັດບົດບາດຂອງຕົນໃນການຊອກຫາບັນດາມາດຕະການຮັບມືກັບບັນດາສິ່ງທ້າທາຍທີ່ຮ້າຍແຮງທີ່ພວມນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ສ.ເກົາຫຼີ ເລີ່ມຕົ້ນອາຍຸການ 2 ປີ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ນັບແຕ່ປີ 2024 ນີ້. ນີ້ແມ່ນອາຍຸການທີ 3 ຂອງ ສ.ເກົາຫຼີ ດ້ວຍບົດບາດເປັນສະມາຊິກບໍ່ຖາວອນໃນອົງການນີ້, ພາຍຫຼັງ 2 ອາຍຸການທີ່ໄດ້ດຳເນີນກ່ອນໜ້ານັ້ນ ໃນປີ 1996 – 1997 ແລະ ໄລຍະປີ 2013 – 2014.
ອາຍຸການທີ 3 ຂອງ ສ.ເກົາຫຼີ ດຳເນີນໃນຈຸດເວລາສຳຄັນ ໃນຂະນະທີ່ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ທ່ານ Lim Soo – suk ໂຄສົກກະຊວງການຕ່າງປະເທດ ສ.ເກົາຫຼີ ເນັ້ນໜັກວ່າ ສ.ເກົາຫຼີ ຈະປະຕິບັດສຳເລັດບົດບາດຂອງຕົນໃນການຊອກຫາບັນດາມາດຕະການຮັບມືກັບບັນດາສິ່ງທ້າທາຍທີ່ຮ້າຍແຮງທີ່ພວມນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ໄປຄຽງຄູ່ກັນນັ້ນ, ສ.ເກົາຫຼີ ຈະປະກອບສ່ວນຊຸກຍູ້ໂຄງການດຳເນີນງານທີ່ກ່ຽວຂ້ອງເຖິງບັນຫາແມ່ຍິງ, ບັນດາໄພນາບຂູ່ເກີດຂຶ້ນໃໝ່, ໃນນັ້ນ ມີຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ການປ່ຽນແປງຂອງດິນຟ້າອາກາດ.