ພົນເອກ ຟຸ່ງກວາງແທງ
ຕ້ອນຮັບພົນຈັດຕະວາ Choi Sang Hwan
(ພາບ: qdnd.vn)
(vovworld) - ວັນທີ 28/06, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ, ພົນເອກ ຟຸ່ງກວາງແທງ ໄດ້ມີການຕ້ອນຮັບພົນຈັດຕະວາ Choi Sang Hwan, ຫົວໜ້າກົມໃຫຍ່ກົມປະກອບອາວຸດ ແລະ ເຕັກໂນໂລຊີ ສັງກັດກອງບັນຊາການຕຳຫຼວດທະເລສ.ເກົາຫຼີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ພົນເອກ ຟຸ່ງກວາງແທງ ເນັ້ນໜັກວ່າ ສ.ເກົາຫຼີ ໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດການປ່ຽນໃໝ່, ພັດທະນາພື້ນຖານເສດຖະກິດຫວຽດນາມ ຢ່າງຮອບດ້ານ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ ສະເໜີວ່າ ໃນໄລຍະຈະມາເຖິງ, ກຳລັງຕຳຫຼວດທະເລຂອງ 2 ປະເທດ ຈະຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນບັນດາຄະນະຜູ້ແທນທຸກຂັ້ນ. ສ່ວນຝ່າຍສ.ເກົາຫຼີ, ພົນຈັດຕະວາ Choi Sang Hwanໃຫ້ຄຳໝັ້ນສັນຍາວ່າ ຕຳຫຼວດທະເລ ສ.ເກົາຫຼີ ຈະໜູນຊ່ວຍຕຳຫຼວດທະເລຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຍົກສູງຄວາມສາມາດຮັບປະກັນຄວາມປອດໄພໃນການເດີນທະເລ ກໍ່ຄືປົກປັກຮັກສາອະທິປະໄຕຂອງຊາດບົນທະເລ.