ສ.ເກົາະຫຼີ, ຈີນ, ຍີ່ປຸ່ນອັດຮອບທີ 5 ການເຈລະຈາ FTA


ສ.ເກົາະຫຼີ, ຈີນ, ຍີ່ປຸ່ນອັດຮອບທີ 5 ການເຈລະຈາ FTA - ảnh 1

(ພາບ: AFP/TTXVN)

(vovworld) –​​​​ວັນ​ທີ 5/9, ສ.​ເກົາະ​ຫຼີ, ຈີນ, ຍີ່ປຸ່ນ​ ​ໄດ້​ອັດຮອບ​ທີ 5 ການ​ເຈ​ລະ​ຈາສັນຍາ​ການ​ຄ້າ​ເສລີ FTA 3 ຝ່າຍ​ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ. ຕາມ​ຄຳ​ປະກາດ​ຈາກ​ກະຊວງ​ການ​ຄ້າ​ຈີນ​ແລ້ວ, ທີ່​ຮອບ​ເຈລະຈາ​ໃໝ່​ນີ້, ຜູ້ຕາງໜ້າ 3 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ນີ້​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ຫຼາຍ​ຢ່າງ​ກ່ຽວຂ້ອງ​​ເຖິງ​ການ​ຫລຸດຜ່ອນ​ອາກອນ​ສຳລັບ​ການ​ຄ້າສິນຄ້າ​ກໍ່​ຄື​ບັນດາ​ວິທີ​ສຳ​ພັດ​​ເພື່ອ​ເປີດ​ປະຕູ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ. 3 ປະ​ເທດ​ກໍ່​ໄດ້​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢູ່​ບັນດາ​ຂົງ​ເຂດ​ການ​ຄ້າ​ສິນຄ້າ, ການ​ຄ້າ​ບໍລິການ ​ແລະ ການ​ລົງທຶນ ພ້ອມ​ທັງ​ເຫັນດີ​ເພີ່ມ​ເຕີມ 3 ​ເນື້ອ​ໃນ​ການ​ຄ້າ​ເອ​ເລກ​ໂຕ​ນິກ, ສິ່ງ​ແວດ​ລ້ອມ ​ແລະ ການ​ຮ່ວມ​ມື​ເຂົ້າ​ໃນ​ການ​ເຈລະຈາ​ຄັ້ງຈະ​ມາ​ເຖິງ.

  ສ.​ເກົາະ​ຫຼີ, ຈີນ, ຍີ່ປຸ່ນ ​ໄດ້​ເລີ່​ຕົ້ນການ​ເຈລະຈາ FTA 3 ຝ່າຍນັບ​ແຕ່​ເດືອນ 11/2012 ​ແລະ ຖ້າ​ການ​ເຈລະຈາ​ປະສົບ​ຜົນສຳ​ເລັດ, FTA ສ.​ເກົາະ​ຫຼີ, ຈີນ, ຍີ່ປຸ່ນ ຈະ​ສ້າງ​ເປັນ​ໜຶ່ງ​ໃນ​ບັນດາ​ກຸ່ມ​ເສດຖະກິດ​ໃຫ່ຍກ່ວາ​ໝູ່​ໃນ​ໂລກ./.

ຂ່າວ/ບົດ​ອື່ນ