ສື່ເອກເລັກໂຕນິກການເງິນຂອງ ອາເມລິກາ ຕີລາຄາ ຫວຽດນາມ ພວມໃນທ່ວງທ່າກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນ

(VOVWORLD) - ໄປຄຽງຄູ່ກັນນັ້ນ, ສະພາບພູມສາດການເມືອງສະດວກ ແລະ ເລື່ອງທະນາຄານແຫ່ງລັດ ຫວຽດນາມ ຫລຸດລະດັບດອກເບ້ຍໄວກ່ວາການຄາດຄະເນ ກໍ່ແມ່ນບັນດາປັດໄຈຊຸກຍູ້ການເຕີບໂຕເສດຖະກິດ, ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ກາຍເປັນຕະຫຼາດດີທີ່ສຸດໃນພາກພື້ນ.
ສື່ເອກເລັກໂຕນິກການເງິນຂອງ ອາເມລິກາ ຕີລາຄາ ຫວຽດນາມ ພວມໃນທ່ວງທ່າກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນ - ảnh 1ພາບປະກອບ

ຫວຽດນາມ ມີລະດັບການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ສູງທີ່ກ່ວາໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ໃນໜຶ່ງທົດສະວັດຜ່ານມາ. ນີ້ແມ່ນການຕີລາຄາໃນບົດຂຽນໄດ້ເອົາລົງໃນແວບໄຊ seekingalpha.com – ເຊິ່ງແມ່ນສື່ເອກເລັກໂຕນິກ ກ່ຽວກັບຂ່າວສະເພາະດ້ານການເງິນ.

        ໃນບົດຂຽນລົງແວບໄຊ ໃນວັນທີ 25 ຕຸລາ, ມີສຳນັກຂ່າວຕັ້ງຢູ່ ນິວຢອກ (ປະເທດ ອາເມລິກາ) ນີ້ ໄດ້ຖືວ່າ: ດ້ວຍລະດັບການເຕີບໂຕ GDP 5,33% ໃນໄຕມາດ III ຂອງປີນີ້, ກຳລັງໜູນການເຕີບໂຕຂອງ ຫວຽດນາມ ຍັງເຂັັ້ມແຂງຍ້ອນບັນດາຄອບຄົວໄດ້ນຳໃຊ້ບ້ວງເງິນປະຢັດໃນໄລຍະເກີດໂລກລະບາດໂຄວິດ -19. ໄປຄຽງຄູ່ກັນນັ້ນ, ສະພາບພູມສາດການເມືອງສະດວກ ແລະ ເລື່ອງທະນາຄານແຫ່ງລັດ ຫວຽດນາມ ຫລຸດລະດັບດອກເບ້ຍໄວກ່ວາການຄາດຄະເນ ກໍ່ແມ່ນບັນດາປັດໄຈຊຸກຍູ້ການເຕີບໂຕເສດຖະກິດ, ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ກາຍເປັນຕະຫຼາດດີທີ່ສຸດໃນພາກພື້ນ. ບົດຂຽນກໍ່ໃຫ້ຮູ້ຕື່ມອີກວ່າ: ເຖິງວ່າການແລກປ່ຽນການຄ້າໄດ້ຫລຸດລົງ ແລະ ຄວາມກົດດັນເງິນເຟີ້ເພີ່ມຂຶ້ນແຕ່ການເຕີບໂຕລາຍຮັບຕາມໂຄງປະກອບເສດຖະກິດຂອງ ຫວຽດນາມ ບໍ່ຫລຸດລົງ ແລະ ຈະສືບຕໍ່ເພີ່ມຂຶ້ນແບບປະເອີບໃຈໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ