(vovworld) – ວັນທີ 18/7, ກະຊວງການຕ່າງປະເທດ ສ ເກົາຫຼີ ໃຫ້ຮູ້ວ່າ: ສ ເກົາຫຼີ ແລະ ລັດເຊຍ ມີແຜນການປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອແນໃສ່ມຸ່ງໄປເຖິງການປອດນິວເຄຼຍໃນແຫຼມ ເກົາຫຼີ. ຕາມການຄາດຄະເນ ແລ້ວ, ທ່ານ Grigory Logvinov, ຮອງຫົວໜ້າຄະນະເຈລະຈາ ລັດເຊຍ ທີ່ຮອບເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍໃນແຫຼມ ເກົາຫຼີ ໄດ້ໄປຮອດນະຄອນຫຼວງ ເຊີອູນ ເມື່ອວັນທີ 18/7 ເພື່ອເຈລະຈາກັບທ່ານຮອງຫົວໜ້າຄະນະເຈລະຈາ 6 ຝ່າຍ ສ ເກົາຫຼີ Lee Do Hoon ກ່ຽວກັບໂຄງການນິວເຄຼຍຂອງ ສປປ ເກົາຫຼີ. ກະຊວງການຕ່າງປະເທດ ສ ເກົາຫຼີ ຖືວ່າ: ການຢ້ຽມຢາມຂອງນັກການທູດ ລັດເຊຍ ແມ່ນກຳລັງໜູນເພື່ອມຸ່ງໄປເຖິງການເພີ່ມທະວີຂໍ້ມູນຂ່າວສານຍຸດທະສາດ ແລະ ການຮ່ວມມືລະຫວ່າງ 2 ປະເທດ ໃນຫຼາຍຂົງເຂດ. ຜູ້ຕາງໜ້າຂອງ ສ ເກົາຫຼີ ແລະ ລັດເຊຍ ຍັງປຶກສາຫາລື ກ່ຽວກັບການຢ້ຽມຢາມ ລັດເຊຍ ຂອງຮອງລັດຖະມົນຕີການຕ່າງປະເທດ ຜູ້ທີ່ໜຶ່ງ ສ ເກົາຫຼີ, ຮັບຜິດຊອບກ່ຽວກັບບັນຫາ ນິວເຄຼຍ Kim Kye Gwan.