ສ ເກົາຫຼີ ແລະ ສປປ ເກົາຫຼີ ເຈລະຈາໂດຍກົງກ່ຽວກັບໂຄງການທີ່ມີການເຂົ້າຮ່ວມຂອງລັດເຊຍ

(VOVWORLD) - ເຖິງວ່າກ່ອນນັ້ນໄດ້ມີບັນດາການປືກສາຫາລືລະຫວ່າງ ລັດຖະບານລັດເຊຍ ແລະ ສປປ ເກົາຫຼີ, ຫຼື ລະຫວ່າງ ລັດເຊຍ ແລະ ສເກົາຫຼີ ແລ້ວກໍ່ຕາມ, ແຕ່ນີ້ແມ່ນຄັ້ງທຳອິດທີ 2 ພາກເກົາຫຼີ ໄດ້ມີການເຈລະຈາໂດຍກົງກ່ຽວກັບໂຄງການ Rajin – Khasan

ສ ເກົາຫຼີ ແລະ ສປປ ເກົາຫຼີ ເຈລະຈາໂດຍກົງກ່ຽວກັບໂຄງການທີ່ມີການເຂົ້າຮ່ວມຂອງລັດເຊຍ - ảnh 1ທ່ານ Song Young – gil, ປະທານຄະນະກຳມະການຮ່ວມມືເສດຖະກິດພາກເໜືອ

(ພາບ: Yonhap)

ກຸ່ມປະຕິບັດງານໂດຍຄະນະກຳມະການຮ່ວມມືເສດຖະກິດພາກເໜືອ ຂຶ້ນກັບທຳນຽບປະທານາທິບໍດີ ສ ເກົາຫຼີ ກັບມາຮອດ ເຊີອູນ ໃນວັນທີ 15 ກໍລະກົດ, ສິ້ນສຸດການຢ້ຽມຢາມ ເຂດເສດຖະກິດພິເສດ Rason ຂຶ້ນກັບເຂດຊາຍແດນທາງທິດຕາເວັນອອກສ່ຽງເໜືອ ສປປ ເກົາຫຼີ ແຕ່ວັນທີ 13 ກໍລະກົດ. ຈຸດປະສົງຂອງການປະຕິບັດງານແມ່ນເພື່ອປຶກສາຫາລືກ່ຽວກັບຄວາມສາມາດໃນການຮ່ວມມືເສດຖະກິດ 3 ຝ່າຍລະຫວ່າງ 2 ພາກເກົາຫຼີ ແລະ ລັດເຊຍ ທີ່ກ່ຽວຂ້ອງເຖິງໂຄງການ Rajin – Khasan ແລະ ຫຼາຍໂຄງການອື່ນໆ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງໄປຮອດສະໜາມບິນສາກົນ Incheon, ທ່ານ Song Young – gil, ປະທານຄະນະກຳມະການຮ່ວມມືເສດຖະກິດພາກເໜືອ, ຫົວໜ້າຄະນະປະຕິບັດງານ, ໃຫ້ຮູ້ວ່າ: ເຖິງວ່າກ່ອນນັ້ນໄດ້ມີບັນດາການປືກສາຫາລືລະຫວ່າງ ລັດຖະບານລັດເຊຍ ແລະ ສປປ ເກົາຫຼີ, ຫຼື ລະຫວ່າງ ລັດເຊຍ ແລະ ສເກົາຫຼີ ແລ້ວກໍ່ຕາມ, ແຕ່ນີ້ແມ່ນຄັ້ງທຳອິດທີ 2 ພາກເກົາຫຼີ ໄດ້ມີການເຈລະຈາໂດຍກົງກ່ຽວກັບໂຄງການ Rajin – Khasan. ທ່ານ Song Young – gil ປະກາດວ່າ 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ດຳເນີນການປຶກສາຫາລືທີ່ຄ້າຍຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ