ຫນ້າເວັບປະກອບທັກສະກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ລຸ້ນຫນຸ່ມ
ລາຍການປະກອບທັກສະເຕັກໂນໂລຊີໃຫ້ນັກຮຽນ
|
(vovworld)- ວັນທີ 14/4 ຢູ່ ຮ່າໂນ້ຍ, ສະຫະພັນສະຖາບັນ STEM ໄດ້ຈັດຕັ້ງການປຶກສາຫາລືກ່ຽວກັບການປະຕິວັດ 4.0 (ການປະຕິວັດວິທະຍາສາດໂດຍອີງໃສ່ພື້ນຖານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ອັດຕະໂນມັດໃນທົ່ວໂລກ) ເພື່ອແນໃສ່ສະເຫນີທິດທາງພັດທະນາຂະແຫນງການສຶກສາໃນການປະຕິວັດ 4.0. ຕາມນັ້ນແລ້ວ, ການປະຕິວັດ 4.0 ໄດ້ໝູນໃຊ້ເຂົ້າໃນທຸກຂົງເຂດຂອງຊີວິດ, ເສດຖະກິດ, ສັງຄົມ, ກະທົບເຖິງການພັດທະນາຂອງແຕ່ລະປະເທດ, ແຕ່ລະພາກພື້ນ ແລະ ທົ່ວໂລກ, ໃນນັ້ນ ມີຫວຽດນາມ. ສະນັ້ນ ລຸ້ນຫນຸ່ມ ຕ້ອງໄດ້ຮັບບັນດາທັກສະສຳຄັນກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ໄດ້ບຳລຸງດ້ານພາສາ ແລະ ຕ້ອງມີທັກສະໃນການຄົ້ນຄ້ວາ.