ຫໍພິພິດທະພັນ ເທື່ອທຽນເຫວ ຮັບເອກະສານ, ວັດຖຸພັນ ກວ່າ 100 ຢ່າງກ່ຽວກັບ ປະທານໂຮ່ຈິມິງ

ຫໍພິພິດທະພັນ ເທື່ອທຽນເຫວ ຮັບເອກະສານ, ວັດຖຸພັນ ກວ່າ 100 ຢ່າງກ່ຽວກັບ ປະທານໂຮ່ຈິມິງ - ảnh 1
( ເອກະສານ, ວັດຖຸ​ພັນ​ກ່ຽວ​ກັບ​ປະທານໂຮ່ຈິ​ມິ​ງ )
( vov world )     ​ໃນ​ສຸມ​ວັນ​ຕົ້ນ​ລະດູບານ​ໃໝ່​ປີ​ມະ​ໂຣງ, ຫໍພິພິດທະ​ພັນ ​ໂຮ່ຈິ​ມິ​ງ ​ແຂວງ ​ເທື່ອ​ທຽນ​ເຫວ ​ໄດ້​ຮັບ​ເອກະສານ, ວັດຖຸ​ພັນ ກວ່າ 100 ຢ່າງ​ກ່ຽວ​ກັບ​ປະທານໂຮ່ຈິ​ມິ​ງ, ​ໂດຍ​ປະຊາຊົນ​ມອບ​ໃຫ້. ​ໃນ​ການ​ມອບ​ຄັ້ງ​ນີ້​ມີ​ວັດຖຸ​ພັນ​ບາງ​ຢ່າງໄດ້​ພິສຸດ​ໃຫ້​ເຫັນ​ໄລຍະ​ທ່ານ​ປະທານ ​ໂຮ່ຈິ​ມິ​ງ ​​ແລະ ຄອບຄົວ​ດຳລົງ​ຊີວິດ, ອອກ​ແຮງ​ງານ, ຮໍ່າຮຽນຢູ່ ​ເຫັວ ​ໃນຊຸມປີ​ຕົ້ນ​ສະຕະວັດທີ 20​. ນີ້​ແມ່ນ​ການ​ປະກອບສ່ວນ​ທີ​ລ້ຳ​ຄ່າ​ຂອງບັນ​ດາ​ສ່ວນ​ບຸກຄົນ, ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບນັບ​ຖືລຸງ​ໂຮ່, ພ້ອມ​ກັນ​ນັ້ນ, ປະ​ກອບ​ສ່ວນ​​ເຮັດ​ໃຫ້ເນື້ອ​ໃນ​ຂອງ​ການວາງສະ​ແດງຢູ່ຫໍພິພິດທະພັນ ​ໂຮ່ຈິ​ມິ​ງ ​ແຂວງ ​ເທື່ອ​ທຽນ​ເຫັວມີ​ຄວາມອຸດົມສົມບຸນ​ຂື້ນຕື່ມ. ຫໍພິພິດທະພັນ ​ໂຮ່ຈິ​ມິ​ງ ​ແຂ​ວງ ​ເທື່ອ​ທຽນ​ເຫັວ ​ໄດ້​ວາງສະ​ແດງ, ​​ແນະນຳ​ບັນດາຮູບ​ພາບ, ​ເອກະສານ, ວັດຖຸ​ພັນ ກ່ຽວ​ກັບ​ຊີວິດ, ພາລະ​ກິດ, ​ແນວ​ຄິດ ​ແລະ ຄຸນສົມບັດ​ປະຕິວັດ​ຂອງ​ປະທານ ​ໂຮ່ຈິ​ມິ​ງ, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​​ເຖິງ 2 ​ເນື້ອ​ໃນ​ຕົ້ນ​ຕໍ່​ແມ່ນ “ ​ໃນ​ຊຸມວັນ​ເດືອນປີ​ທີ່​ລຸງ​ໂຮ່ ​ແລະ ຄອບຄົວຢູ່ ​ເຫັວ ”, “ ​ເທື່ອ​ທຽນ​ເຫັວ ກັບ ລຸງ​ໂຮ່ ​ແລະ ລຸງ​ໂຮ່ ກັບ ​ເທື່ອ​ທຽນ​ເຫັວ ” ​ເຊິ່ງລວມມີຮູບ​ພາບ, ວັດຖຸ​ພັນ ​ແລະ ​​ເອກະສາ​ນ 1300 ຢ່າງ .
ຂ່າວ/ບົດ​ອື່ນ