ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມຮັບຫລຽນໄຊແຮງງານຊັ້ນ1

ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມຮັບຫລຽນໄຊແຮງງານຊັ້ນ1 - ảnh 1
ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ (ພາບ: vtv.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 24/10, ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ສະພາ​ມະຫາບັນ​ດິບວິທະຍາສາດ​ສັງຄົມ ຫວຽດນາມ, ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ 1. ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ວາງສະ​ແດງ, ອະນຸລັກ​ຮັກສາ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ເປັນເອກະລັກ​ສະ​ເພາະ​ຂອງ 54 ຊົນ​ເຜົ່າ ຫວຽດນາມ ​ເທົ່າ​ນັ້ນ, ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ຍັງ​ແນະນຳ​​ໃຫ້ມະຫາຊົນ​ຮັບ​ຊາບວັດທະນະທຳຂອງ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນອອກ​ສ່ຽງ​ໃຕ້ ​ແລະ ນອກ​ພາກ​ພື້ນ ອາຊີ​ຕາ​ເວັນອອກ​ສ່ຽງ​ໃຕ້ອີກ​ດ້ວຍ​. ກ່າວ​ຄຳ​​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ຫວໍ​ກວາງ​ຈ້ອງ ຜູ້ອຳນວຍການ​ຫໍພິພິທະ​ພັນ ຊົນ​ເຜົ່າ​ວິທະຍາ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ຫໍພິພິທະ​ພັນ​ສືບ​ຕໍ່​ມີ​ການວາງ​ສະ​ແດງ​ຫົວ​ເຫຼື່ອງລົງ​ເລິກ ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ວັດທະນະທຳ​ຂອງ 54 ຊົນ​ເຜົ່າ ຫວຽດນາມ, ​ແນະນຳ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ​ໃນ​​ໂລກ. ນອກ​ນັ້ນກໍ່ ຈັດຕັ້ງການ​ວາງສະ​ແດງ​ວັດທະນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ບັນດາ​ປະ​ເທດ ​ເພື່ອ​ເຮັດ​ໃຫ້​​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຫໍພິພິທະ​ພັນອຸດົມສົມ​ບຸນ ​ແລະ ຊ່ວຍ​ໃຫ້​ມະຫາຊົນ ​ແລະ ຜູ້​ຊົມ​ເຫັນ​ໄດ້​ຄວາມມີ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ບັນດາ​ພື້ນຖານ​ວັດທະນະທຳ ​ແລະ ຈຸດ​ຄ້າຍຄື​ກັນ, ​ແຕກ​ຕ່າງ​ກັນ​ລະຫວ່າງ​ວັດທະນະທຳ​ຂອງ ຫວຽດນາມ ກັບ​ປະ​ເທດ​ຕ່າງໆ”.

 

ຂ່າວ/ບົດ​ອື່ນ