ທ່ານ ຮີ່ງຟອງແຈງ
photo:internet
|
(vovworld)- ຕອນເຊົ້າວັນທີ 12/6, ໃນວາລະຊັກຖາມທ່ານ ຮີ່ງຟອງແຈງ, ຫົວຫນ້າອົງການກວດກາລັດຖະບານຫວຽດນາມ, ບັນດາຄຳຊັກຖາມຊື່ງສະມາຊິກສະພາແຫ່ງຊາດ(ສສຊ) ຍົກອອກມາ ລ້ວນແຕ່ສຸມໃສ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ເມື່ອເຕື້ອງເຖິງເນື້ອໃນນີ້, ທ່ານ ຮີ່ງຟອງແຈງ ຢືນຢັນວ່າ: ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງແມ່ນບັນຫາທີ່ໄດ້ຮັບຄວາມສົນໃຈປະຕິບັດຈາກທັງລະບົບການເມືອງ. ເຖິງຢ່າງໃດກໍຕາມ, ຄວາມຈິງໃຫ້ເຫັນວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງຍັງບໍ່ທັນບັນລຸຄຳຮຽກຮ້ອງຕ້ອງການ ແລະ ສະພາບການສໍ້ລາດບັງຫລວງບໍ່ທັນມີສັນຍານຫລຸດລົງເທື່ອ. ທ່ານ ຮີ່ງຟອງແຈງ ຄາດຄະເນວ່າ: ສະພາບການສໍ້ລາດບັງຫລວງ ຍັງສືບຕໍ່ເກີດຂຶ້ນຢ່າງຮ້າຍແຮງ ແລະ ເລິກແລບ.
ກ່ຽວກັບການແກ້ໄຂກໍລະນີສໍ້ລາດບັງຫລວງໃນອົງການປ້ອງກັນແລະຕ້ານການສໍ້ລາດບັງຫລວງ, ທ່ານ ຮີ່ງຟອງແຈງ ໃຫ້ຮູ້ວ່າ: ນັບແຕ່ປີ 2011-2013, ອົງການປ້ອງກັນແລະຕ້ານການສໍ້ລາດບັງຫລວງໄດ້ປັບໄຫມລົງໂທດພະນັກງານ 85 ຄົນໃນຈຳນວນພະນັກງານທົ່ວຂະແຫນງ 28.000 ຄົນ. ທ່ານ ຮີ່ງຟອງແຈງ ກ່າວວ່າ:
“ໃນໄລຍະຈະມາເຖິງ ແມ່ນສຸມໃສ່ແກ້ໄຂການສໍ້ລາດບັງຫລວງ, ເປັນຕົ້ນແມ່ນເພີ່ມທະວີວຽກງານສຶກສາດ້ານການເມືອງ, ແນວຄິດໃຫ້ແກ່ພະນັກງານກວດກາ, ປະກາດໃຊ້ບັນດາຂໍ້ກຳນົດເພື່ອຄຸ້ມຄອງຢ່າງແຫນ້ນແຟ້ນໃນຂະແຫນງ, ຍົກສູງຄວາມຮັບຜິດຊອບຂອງຫົວຫນ້າໃນເລື່ອງປະໃຫ້ເກີດການສໍ້ລາດບັງຫລວງ.”