ຫວຽດນາມກ່າວປະນາມບັນດາການເຄື່ອນໄຫວກໍ່ການຮ້າຍຢູ່ນະຄອນຫຼວງດຮາກາ,ບັງກະລາເດສ

ຫວຽດນາມກ່າວປະນາມບັນດາການເຄື່ອນໄຫວກໍ່ການຮ້າຍຢູ່ນະຄອນຫຼວງດຮາກາ,ບັງກະລາເດສ - ảnh 1
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

(vovworld) – ​ໂດຍ​ໄດ້​ຮັບ​ຂ່າວ​ຕອນ​ຄຳ່​ວັນ​ທີ 1/7/2016, ຢູ່​ນະຄອນຫຼວງ ດຮາ​ກາ, ປະ​ເທດ ບັງ​ກະລາ​ເດ​ສ ​ໄດ້​ເກີດ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເຮັດ​ໃຫ້ກ່ວາ 20 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 40 ຄົນ​ອື່ນ​ຖືກ​ຮັບ​ບາດ​ເຈັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ງມິ​ງ ​ໄດ້​ສົ່ງ​ໂທລະ​ເລກ​ຢື້​ຢາມ​ຖາມ​ຂ່າວ ​ແລະ ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ໄປ​ຍັງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບັງ​ກະລາ​​ເດ​ສ Abul Hassan Mahmood Ali.

​        ​ໃນ​ຂະນະ​ນັ້ນ, ວັນ​ທີ 3/7/ 2016, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່ໜ້າ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດັ່ງກ່າວ, ທ່ານ ​ເລ​ຫາຍ​ບີ່​ງ, ​ໂຄສົກ​ກະຊວງ​ກາ​ນຕ່າງປະ​ເທດ ຫວຽດນາມ ຊີ້​ແຈ້ງວ່າ: ຫວຽດນາມ ກ່າວ​ປະນາມ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ດ້ວຍ​ທຸກໆ​ຮູບ​ແບບ ​ແລະ ຖື​ວ່າ​ເຫດ​ບຸກ​ໂຈມ​ຕີ​ຢູ່​ພັດ​ຕະຄານ Holet Artisan, ນະຄອນຫຼວງ ດຮາ​ກາ, ປະ​ເທດ ບັງ​ກະລາ​ເດ​ສ ທີ່​ແນ​ໃສ່​ສາມັນ​ຊົນ​ແມ່ນ​ການ​ກະທຳ​ບໍ່​ອາດຮັບ​ຮູ້​ໄດ້. ຫວຽດນາມ​ ຂໍ​ຝາກ​ຄຳ​​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ໄປ​ຍັງລັດຖະບານ, ປະຊາຊົນ ບັງ​ກະລາ​ເດ​ສ ​ແລະ ບັນດາ​ປະ​ເທດ​ມີ​ພົນ​ລະ​ເມືອງ​ຖືກ​ເສຍ​ຊີວິດ ​ແລະ ຄອບຄົວ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ.


ຂ່າວ/ບົດ​ອື່ນ