(vovworld) – ວາລະປະຊຸມຄັ້ງທີ 10 ລະຫວ່າງຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ກຳປູເຈຍ, ກະຊວງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ອຸທົກກະສາດ ກຳປູເຈຍ ກັບກຸ່ມປະຕິບັດງານລວມ ຫວຽດນາມ - ກຳປູເຈຍ, ກ່ຽວກັບຮ່າງຂໍ້ກຳນົດຄຸ້ມຄອງ, ນຳໃຊ້ແຫຼ່ງຊັບພະຍາກອນນ້ຳລຽບຕາມຊາຍແດນ 2 ປະເທດ ໄດ້ໄຂຂຶ້ນໃນວັນທີ 14/6, ຢູ່ນະຄອນ Siem Reap, ປະເທດ ກຳປູເຈຍ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະລິຍາເອກ ເລດຶກຈູງ, ຫົວໜ້າຫ້ອງການຜູ້ປະຈຳການຄະນະກຳມະການແມ່ນຳ້ຂອງ ຫວຽດນາມ, ຫົວໜ້າກຸ່ມປະຕິບັດງານລວມ ຫວຽດນາມ - ກຳປູເຈຍ, ເນັ້ນໜັກວ່າບັນດາຄວາມມານະພະຍາຍາມຂອງກຸ່ມປະຕິບັດງານຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະກຽມກໍ່ສ້າງບັນດາຂໍ້ກຳນົດນິຕິກຳກ່ຽວກັບການຄຸ້ມຄອງ, ນຳໃຊ້ແຫຼ່ງຊັບພະຍາກອນນ້ຳລວມລະຫວ່າງ 2 ປະເທດ. ບົນພື້ນຖານບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນວາລະປະຊຸມຄະນະກຳມະການລະຫວ່າງລັດຖະບານ 2 ປະເທດເມື່ອເດືອນ 2 ຜ່ານມາ, ວາລະປະຊຸມຄັ້ງນີ້ປຶກສາຫາລື, ເພີ່ມເຕີມບັນດາບັນຫາຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳໃຫ້ເໝາະສົມກັບບັນດາຫຼັກການຂອງສັນຍາຮ່ວມມືພັດທະນາເຂດລຸ່ມແມ່ນ້ຳຂອງແບບຍືນຍົງ ແລະ ຮັບປະກັນສິດຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ. ໝາກຜົນຂອງວາລະປະຊຸມຈະຍື່ນສະເໜີຕໍ່ຂັ້ນເທິງເພື່ອອະນຸມັດຜ່ານເພີ່ມເຕີມເຂົ້າໃນວິວັດການສ້າງສັນຍາ ຄຸ້ມຄອງ,ນຳໃຊ້ແຫຼ່ງຊັບພະຍາກອນນ້ຳລວມຢູ່ລຽບຕາມຊາຍແດນ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ.