ທ່ານ Tomoyuki Kimura (ນັ່ງຢູ່ກາງ) ຜູ້ອຳນວຍການ ADB ປະຈຳຫວຽດນາມຕອບສຳພາດນັກຂ່າວ |
(vovworld)- ຕາມບົດລາຍງານແງ່ຫວັງພັດທະນາອາຊີ ADO ປີ 2015 ຂອງທະນາຄານພັດທະນາອາຊີ ADB ໄດ້ປະກາດເມື່ອຕອນເຊົ້າວັນທີ 24/3, ລະດັບ GDP ຂອງຫວຽດນາມຈະເພີ່ມຂຶ້ນ 6,1% ໃນປີນີ້ ແລະ 6,2% ໃນປີ 2016 ດ້ວຍການສົມມະຕິຖານວ່າ ລັດຖະບານຈະຮັກສານະໂຍບາຍເງິນຕາ ແລະ ປີງົບປະມານເປີດກ້ວາງ ແລະ ສືບຕໍ່ຍູ້ໄວລະດັບການປະຕິຮູບ, ສ້າງໂຄງປະກອບຄືນໃໝ່. ກ່າວຄຳເຫັນທີ່ພິທີປະກາດບົດລາຍງານ, ທ່ານ Tomoyuki Kimura ຜູ້ອຳນວຍການ ADB ປະຈຳຫວຽດນາມ ຖືວ່າ :
“ ສະພາບການເສດຖະກິດໄດ້ຮັບການປົວແປງສຳລັບບັນດາພື້ນຖານເສດຖະກິດໃຫຍ່, ພິເສດແມ່ນອາເມລິກາ ຊຶ່ງຕະຫຼາດສົ່ງອອກໃຫຍ່ກວ່າໝູ່ຂອງຫວຽດນາມ, ຈະສ້າງກຳລັງຊຸກຍູ້ການສົ່ງອອກ, ແຕ່ຜົນກະທົບທີ່ຕັ້ງໜ້ານີ້ຈະຫຼຸດລົງສ່ວນໃດສ່ວນໜຶ່ງຍ້ອນການເຕີບໂຕຊັກຊ້າລົງຢູ່ຈີນ. ຫວຽດນາມ ກໍໄດ້ຮັບຜົນປະໂຫຍດຈາກລະຄານ້ຳມັນໃນໂລກຫຼຸດລົງ, ເຮັດໃຫ້ເພີ່ມລາຍຮັບຂອງປະຊາຊົນ ແລະ ຫຼຸດຜ່ອນເງິນໃຊ້ຈາຍໃນການເຄື່ອນໄຫວດຳເນີນທຸລະກິດ”
ເມື່ອຕີລາຄາກ່ຽວກັບແງ່ຫວັງເສດຖະກິດຫວຽດນາມ, ຜູ້ຊ່ຽວຊານ ADB ປະຈຳຫວຽດນາມ Dominic Mellor ຖືວ່າ ເງິນເຟີ້ຫຼຸດລົງ, ອັນດັບຄວາມໄວ້ວາງໃຈເພີ່ມຂຶ້ນ, ແງ່ຫວັງການສົ່ງອອກສິນຄ້າ ມີຄວາມໝັ້ນໝາຍດີ, ທັງໝົດເຫຼົ່ານັ້ນ ກໍແມ່ນບັນດາປັດໄຈປົວແປງແງ່ຫວັງການລົງທຶນ, ຊຶ່ງແມ່ນໜຶ່ງໃນບັນດາກຳລັງຊຸກຍູ້ການເຕີບໂຕຂອງຫວຽດໜາມ.