ຫວຽດນາມຈັດຕັ້ງການໂອ້ລົມສົນທະນາສາກົນກ່ຽວກັບສິດຂອງເດັກນ້ອຍແລະວິສາຫະກິດ
ທ່ານເອກອັກຄະລັດຖະທູດວິສາມັນ
ຜູ້ມີອຳນາດເຕັບແຫ່ງສສ.ຫວຽດນາມ ຫງວຽນຈຸງແທ່ງ
(ພາບປະກອບ: vietnamplus.vn)
(vovworld) – ວັນທີ 17/09, ຢູ່ນອກກອງປະຊຸມນັດສາມັນຄັ້ງທີ 30 ຂອງສະພາສິດທິມະນຸດສະຫະປະຊາຊາດຢູ່ເຊີແນວ, ປະເທດສະວິດ, ຫວຽດນາມ ພ້ອມກັບແບນຊິກ, ຈີເລ ແລະ Ghana ຈັດຕັ້ງການໂອ້ລົມສົນທະນາສາກົນກ່ຽວກັບ “ສິດຂອງເດັກນ້ອຍແລະວິສາຫະກິດ: ປື້ມຄູ່ມືປະຕິບັດ ແລະ ບັນດາພຶດຕິກຳຕົວຈິງທີ່ດີ”. ການໂອ້ລົມສົນທະນາ ມີການເຂົ້າຮ່ວມຂອງນັກປາຖະກະຖາຈາກກອງທຶນຫະປະຊາຊາດເພື່ອເດັກນ້ອຍ (UNICEF) ແລະ ຄະນະກຳມະການກົດໝາຍສາກົນ (ICJ), ຜູ້ຕາງໜ້າ 30 ປະເທດ ແລະ ອົງການຈັດຕັ້ງສາກົນ ພ້ອມກັບບັນດາອົງການບໍ່ຂຶ້ນກັບລັດຖະບານ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັບແຫ່ງສສ.ຫວຽດນາມ ຫງວຽນຈຸງແທ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຂ້າງສະຫະປະຊາຊາດ, ອົງການຈັດຕັ້ງການຄ້າສາກົນ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ເຊີແນວ, ໄດ້ຍົກສູງຄວາມມານະພະຍາຍາມປັບປຸງລະບົບນະໂຍບາຍ, ກົດໝາຍແຫ່ງຊາດຂອງຫວຽດນາມ ເພື່ອປະຕິບັດບັນດາພັນທະຕາມສັນທິສັນຍາສາກົນກ່ຽວກັບສິດຂອງເດັກນ້ອຍ. ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ຢືນຢັນວ່າ, ຫວຽດນາມ ຈະມານະພະຍາຍາມກ່ວາອີກໃນການປະຕິບັນດາບັນຫາພັນທະເປັນສະມາຊິກສົນທິສັນຍາກ່ຽວກັບສິດຂອງເດັກນ້ອຍ ແລະ ສືບຕໍ່ຮ່ວມມືກັບ UNICEF, ຄະນະກຳມະການສົນທິສັນຍາກ່ຽວກັບສິດຂອງເດັກ ແລະ ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານໃນຂົງເຂດນີ້ຢ່າງແໜ້ນແຟ້ນ.
ແລະກໍໃນວັນດຽວກັນ, ທີ່ວາລະປຶກສາຫາລືປະຈຳ 2 ປີເທື່ອໜຶ່ງ, ກ່ຽວກັບບັນດາມາດຕະການຂວ້ຳບາດພຽງຝ່າຍດຽວ ແລະ ການກະທົບເຖິງສິດທິມະນຸດ, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ໄດ້ເຂົ້າຮ່ວມວາລະປຶກສາຫາລື, ແບ່ງປັນທັດສະນະຂອງຫຼາຍປະເທດທີ່ຖືວ່າ: ບັນດາມາດຕະການ ຫຼື ຂໍ້ກຳນົດຂວ້ຳບາດເຊິ່ງປະເທດດຽວຮັບຮອງເອົາ ແລະ ນຳໃຊ້ຢູ່ນອກຂອບເຂດຂອງພາກ 7 ກົດບັດສະຫະປະຊາຊາດ ແມ່ນຝືນກັບກົດໝາຍສາກົນ, ກົດໝາຍມະນຸດສະທຳສາກົນ ແລະ ບັນດາຫຼັກການພື້ນຖານທີ່ປັບປຸງການພົວພັນສັນຕິພາບລະຫວ່າງປະເທດຕ່າງໆ.