(vovworld) - ວັນທີ 16/06, ຢູ່ນອກກອງປະຊຸມປະຈຳໄລຍະຄັ້ງທີ 29 ສະພາສິດທິມະນຸດສະຫະປະຊາຊາດ ຢູ່ເຊີແນວ, ປະເທດສະວິດ, ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາສາກົນກ່ຽວກັບການລົບລ້າງບັນດາການກະທຳທີ່ເປັນອັນຕະລາຍສຳລັບເດັກ ດ້ວຍການເຂົ້າຮ່ວມຂອງບັນດານັກປະຖະກະຖາ ທີ່ມາຈາກບັນດາຄະນະກຳມະການສົນທິສັນຍາກ່ຽວກັບສິດຂອງເດັກ (CRC) ແລະ ສົນທິສັນຍາລົບລ້າງການແບ່ງແຍກຕ້ານແມ່ຍິງ (CEDAW), ກອງທຶນເຍົາວະຊົນສະຫະປະຊາຊາດ (UNICEF), ຜູ້ແທນທີ່ຜູ້ຕາງໜ້າໃຫ້ປະມານ 40 ປະເທດ ແລະ ອົງການສາກົນ ພ້ອມກັບບັນດາອົງການບໍ່ຂຶ້ນກັບລັດຖະບານ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ຫງວຽນຈູງແທ່ງ, ຫົວໜ້າຄະນະຫວຽດນາມ ປະຈຳສະຫະປະຊາຊາດ ທີ່ເຊີແນວ, ເນັ້ນໜັກວ່າ, ບັນດາຄວາມມານະພະຍາຍາມຂອງປະເທດຕ່າງໆໃນໄລຍະຜ່ານມາ ແມ່ນເພື່ອແນໃສ່ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ, ຜ່ານການປະຕິບັດບັນດາສົນທິສັນຍາທີ່ກ່ຽວຂ້ອງ. ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆເອົາໃຈໃສ່ເຖິງຄຳຕັກເຕື່ອນຂອງບັນດາຄະນະກຳມະການສົນທິສັນຍາກ່ຽວກັບການກະທຳລະເມີດສິດຂອງເດັກ, ພິເສດແມ່ນເດັກຍິງ. ແນະນຳສະພາບການກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ສິດທິເດັກຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ໄດ້ຢັ້ງຢືນຢ່າງແຮງຄຳໝັ້ນສັນຍາຂອງຫວຍດນາມ ໃນການສ້າງກົດໝາຍ, ນະໂຍບາຍ ແລະ ລົງທຶນສ້າງແຫຼ່ງກຳລັງ ເພື່ອຜັນຂະຫຍາຍບັນດາແຜນນະໂຍບາຍຢ່າງລະອຽດ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍໃນຂົງເຂດນີ້.
ສິດຂອງແມ່ຍິງ ແລະ ເດັກ ແມ່ນໜຶ່ງໃນບັນດາບຸລິມະສິດສູງສຸດຂອງຫວຽດນາມ ຄືໄດ້ປະຕິບັດໃນບັນດາຄຳໝັ້ນໝາຍເພື່ອອອກສະໜັກຮັບເລືອກຄັ້ງ ແລະ ໄດ້ເປັນສະມາຊິກຂອງສະຫະປະຊາດອາຍຸການ 2014 – 2016 ດ້ວຍບັດສະນັບສະໜູນສູງສຸດ. ຫົວຂໍ້ດັ່ງກ່າວກໍ່ແມ່ນໜຶ່ງໃນບັນດາຈຸດສຸມຂອງການປຶກສາຫາລື ແລະ ອອກຂໍ້ຕົກລົງຂອງສະພາສິດທິປະມຸດສະຫະປະຊາຊາຄັ້ງທີ 29, ພວມດຳເນີນໄປຢູ່ສຳນັກງານສະຫະປະຊາຊາດ, ທີ່ເຊີແນວ.