ຫວຽດນາມຈະມີນັກກິລາ13 ຄົນເຂົ້າຮ່ວມOlympic2016
ຄະນະນັກກິລາ ຫວຽດນາມ (ພາບ: QuangThang)
(vovworld) - ຕາມຂ່າວຈາກກົມໃຫຍ່ກິລາ ຫວຽດນາມ: ນັກກິລາ ຢີມນາສຕິກ ຟ້າມເຟືອກຮຶງ ຈະໄດ້ເຂົ້າຮ່ວມ Olympic 2016 ຢ່າງເປັນທາງການ, ພາຍຫຼັງໄດ້ຜ່ານຮອບຄັດເລືອກຢູ່ ບຣາຊິນ. ເປັນອັນວ່າ, ຫວຽດນາມ ມີນັກກິລາ 13 ຄົນຈະເຂົ້າຮ່ວມ Olympic 2016, ເຊິ່ງລວມມີ ນາງ ແອ໋ງວຽນ (ລອຍນຳ້), ທ້າວ ເຈິ່ນກວົກເກື່ອງ, ຮ່ວາງຊວນວິງ (ຍີງປືນ), ນາງ ຫງວຽນທິຍືຮວາ, ຫງວຽນທິເລ້ຢຸງ, ທ້າວ ຫວູແທ່ງອານ (ຟັນດາບ), ຫງວຽນແທ່ງເງິງ (ແລ່ນ ແລະ ລານ), ນາງ ຫວູຮັ່ງ, ຫງວຽນທິລົ້ວ (ມວຍປ້ຳ), ຟ້າມເຟືອກຮຶງ (ຢີມນາສຕິກ) ແລະ ນັກກິລາຍົກນ້ຳໜັກ 3 ຄົນອີກ. ງານມະຫາກຳກິລາ Olympic 2016 ຈະດຳເນີນໃນລະຫວ່າງວັນທີ 5-21/8 ຢູ່ ບຣາຊິນ, ດ້ວຍການເຂົ້າຮ່ວມຂອງນັກກິລາດີເດັ່ນ 13.000 ກ່ວາຄົນທີ່ມາຈາກ 206 ປະເທດ ແລະ ເຂດແຄວ້ນ. ໃນນັ້ນຈະແຂ່ງຂັນກິລາ 28 ປະເພດ, ເຊິ່ງປະກອບດ້ວຍ 321ລາຍການ.