ຫວຽດນາມຊຸກຍູ້ສົ່ງເສີມການຄ້າຢູ່ມາເລເຊຍ
ພາບປະກອບ
(vovworld) – ໃນວັນທີ 11 – 12/6, ຄະນະປະຕິບັດງານ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ເຈີ່ນແອງຕ໋ວນ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍ.
ທີ່ການພົບປະກັບຝ່າຍ ມາເລເຊຍ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການສືບຕໍ່ຜັນຂະຫຍາຍການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການຄ້າເຂົ້າສານ, ຊຸກຍູ້ບັນດາສັນຍາການຄ້າລາຍໃຫຍ່ກ່ຽວກັບເຂົ້າສານສົ່ງອອກ ມາເລເຊຍ. 2 ຝ່າຍກໍ່ເຫັນດີເປັນເອກະສັນຜັນຂະຫຍາຍການເຄື່ອນໄຫວຂອງຄະນະກຳມະການປະສົມໃນວາລະປະຊຸມທີ 1 ເພື່ອກວດກາ, ຕີລາຄາ ແລະ ເປັນເອກະພາບຕໍ່ບັນດາແຜນການຜັນຂະຫຍາຍຈະມາເຖິງກ່ຽວກັບການເພີ່ມທະວີ ແລະ ເປີດກ້ວາງການຮ່ວມມື 2 ຝ່າຍ, ເຫັນດີເປັນເອກະພາບຕໍ່ຂໍ້ລິເລິ່ມສ້າງຕັ້ງສະພາການຄ້າຂອງວິສາຫະກິດ 2 ປະເທດເພື່ອຜັນຂະຫຍາຍໃນໄລຍະຈະມາເຖິງ.
ປະຈຸບັນ, ຫວຽດນາມ ແລະ ມາເລເຊຍ ມີສາຍພົວພັນພັດໄດ້ຮັບການທະນາອັນດີງາມໃນທຸກດ້ານ, ລວມທັງດ້ານເສດຖະກິດ ແລະ ການຄ້າ. ປະຈຸບັນ, ມາເລເຊຍ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ ໃນອາຊຽນ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ອັນດັບ 5 ຂອງ ມາເລເຊຍ ໃນພາກພື້ນ. ວົງເງິນການຄ້າລະຫວ່າງ 2 ປະເທດໃນໄລຍະ 4 – 5 ປີມານີ້ໄດ້ເຕີບໂຕຢ່າງວ່ອງໄວ, ຈາກ 4,5 ຕື້ USD ປີ 2009 ຂຶ້ນເຖິງ 9,7 ຕື້ USD ປີ 2013. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ 2 ປະເທດວາງຈຸດໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 11 ຕື້ USD ໃນປີ 2015.