ຫວຽດນາມຊ່ວຍເຫຼືອລາວ ບໍາລຸງສ້າງພະນັກງານ ການເມືອງ

ຫວຽດນາມຊ່ວຍເຫຼືອລາວ ບໍາລຸງສ້າງພະນັກງານ ການເມືອງ - ảnh 1
(ພາບ​ປະກອບ)

(vovworld)- ຊຸດ​ບຳລຸງ​ສ້າງ​ຄູ​ສອນ​ໃຫ້​ແກ່​ບັນດາ​​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ​ຂອງ​ລາວ  ​ໂດຍ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ່​ມິນ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ ວັນ​ທີ 30/9 ຢູ່ຮ່າ​ໂນ້ຍ, ລາຍການ​ຮໍ່າຮຽນ​ຄົ້ນ​ຄວ້າ​ຂອງ​ບັນດາ​ນັກຮຽນ​ລາວ ​ແມ່ນ​ດຳ​ເນີນ​ໄປ​ເປັນ​ເວລາ 3 ​ເດືອນ. ບັນດາ​ວິຊາ​ຮຽນ​ທີ່​ປະກອບ​ເຂົ້າ​ໃນ​ລາຍການ​ຊ່ວຍ​ຄູ​ສອນຂອງບັນດາ​​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ​ຂອງ​ລາວ ຮັບ​ຮູ້​ໄດ້ ບັນດາ​ບັນຫາ​ພື້ນຖານ​ທີ່​ສຸດ ຂອງ​ທິດ​ສະ​ດີ ມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ​ຈີ່​ມິນ, ທັດສະນະ, ​ແນວທາງ​ຂອງ​ພັກ​ຄອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ, ບັນດາ​ບົດຮຽນ​ໃນ​ກວ່າ 25 ປີ ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໃນ​ຂົງ​ເຂດ​ເສດຖະກິດ, ສັງ​ຄົມ; ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ. ຄຽງ​ຄູ່​ກັບ​ການ​ຮໍ່າຮຽນ ​ແລະ ຄົ້ນຄວ້າ​ຢູ່ ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ່​ມິນ, ຊຸດ​ບຳລຸງ​ສ້າງ​ຄູ​ສອນ​ໃຫ້​ແກ່​ບັນດາ​​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ​ຂອງ​ລາວ ຈະ​ມີ​ລາຍການ​ໄປ​ຄົ້ນຄວ້າ ປະຕິບັດ​ຕົວ​ຈິງ ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ດວ້ຍ​ເນື້ອ​ໃນ​ທີ່​ອຸດົມສົມບູນ​ແທດ​ຈິງ.

ຂ່າວ/ບົດ​ອື່ນ