ຫວຽດນາມຊອກຮູ້ກາລະໂອກາດຮ່ວມມືກັບທ້ອງຖິ່ນຂອງສ.ເຊັກໂກ
|
(vovworld) – ວັນທີ 22/6, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ເຈືອງແມ້ງເຊີນ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Liberec ຂອງສ.ເຊັກໂກ. ກ່າວຄຳເຫັນກັບການນຳແຂວງ Liberec, ທ່ານເອກອັກຄະລັດຖະທູດຫວຽດນາມ ເຈືອງແມ້ງເຊີນ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກສ້າງຕັ້ງ ແລະ ຊຸກຍູ້ການພົວພັນຮ່ວມມືກັບແຂວງ Liberec ຂອງ ສ.ເຊັກໂກ ໂດຍອີງໃສ່ຄວາມສາມາດບົ່ມຊ້ອນການພັດທະນາລະຫວ່າງ 2 ຝ່າຍ. ທ່ານ ເຈືອງແມ້ງເຊີນ ກໍໃຫ້ຮູ້ວ່າ: ບັນດາທ້ອງຖິ່ນຂອງ ຫວຽດນາມ ມີຂະແໜງອຸດສາຫະກຳ ແລະ ການບໍລິການທ່ອງທ່ຽວພັດທະນາຄ້າຍຄືກັນກັບແຂວງ Liberec. ທ່ານ ເຈືອງແມ້ງເຊີນ ຫວັງວ່າ: ດ້ວຍບົດຮຽນຂອງຕົນ, ເຊັກໂກ ຈະໜູນຊ່ວຍ ຫວຽດນາມ ໃນການຜະລິດແກ້ວ ແລະ ແກ້ວເຈຍລະໄນໃຫ້ການບໍລິໂພກພາຍໃນປະເທດ ແລະ ສົ່ງອອກ. ສ່ວນທ່ານ ເຈົ້າແຂວງແຂວງ Liberec Martin Puta ສະເໜີຝ່າຍ ຫວຽດນາມ ຄວນສ້າງບັນຊີລາຍຊື່ບັນດາຂົງເຂດ ເຊິ່ງບັນດາທ້ອງຖິ່ນປາດຖະໜາຢາກຮ່ວມມືກັບ ເຊັກໂກ, ອຳນາດການປົກຄອງແຂວງ Liberec ຈະເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອມີບັນດາໂຄງການຮ່ວມມືຢ່າງລະອຽດ, ໃນນັ້ນມີຂະແໜງທ່ອງທ່ຽວ. ເຈົ້າແຂວງ Martin Puta ກໍຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມທີ່ອາໄສຢູ່ແຂວງ Liberec ເຂົ້າໃນການພັດທະນາຂອງທ້ອງຖິ່ນ. ທ່ານ Martin Puta ສະແດງຄວາມເຊື່ອໝັ້ນວ່າ: ເຂົາເຈົ້າຈະແມ່ນຂົວເຊື່ອມຕໍ່ໃຫ້ການພັດທະນາເສດຖະກິດ, ການຄ້າ ລະຫວ່າງ 2 ຝ່າຍ ຫວຽດນາມ-ສ.ເຊັກໂກ.