(vovworld) - ໃນລະຫວ່າງວັນທີ 23-25/8, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອາເມລິກາ ໄດ້ຕ້ອນຮັບຄະນະເພື່ອນມິດຝ່າຍຊ້າຍ ອາເມລິກາ ມາຢ້ຽມຢາມຫວຽດນາມ ເຊິ່ງລວມມີ ທ່ານ Ramsey Clark, ອະດີດລັດຖະມົນຕີກະຊວງຍຸຕິທຳອາເມລິກາ ແລະ ທ່ານນາງ Laura Castro ທະນາຍຄວາມ.
ທີ່ການຕ້ອນຮັບຄະນະໃນຕອນເຊົ້າວັນທີ 24/8, ທ່ານນາງ Nguyen Thi Binh ປະທານກອງທຶນເພື່ອສັນຕິພາບ ຫວຽດນາມ, ອະດີດຮອງປະທານປະເທດ ຢັ້ງຢືນວ່າ ຍາມໃດຫວຽດນາມ ກໍ່ຮູ້ບຸນຄຸນ ບັນດາເພື່ອນມິດສາກົນທີ່ມີມະໂນທຳ, ຮັກຫອມສັນຕິພາບ, ຄວາມຍຸຕິທຳ, ຍາມໃດກໍ່ສະໜັບສະໜູນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ໃນນັ້ນມີບັນດາເພື່ອນມິດອາເມລິກາ. ໃນໄລຍະສັນຕິພາບ, ຫວຽດນາມ ຍັງຄົງຈຳເປັນໄດ້ຮັບຄວາມສາມັກຄີຈາກເພື່ອນມິດສາກົນ. ທ່ານນາງ Nguyen Thi Binh ປາຖະໜາວ່າ, ທ່ານ Ramsey Clark ພ້ອມກັບບັນດາເພື່ອນມິດອາເມລິກາຜູ້ອື່ນໆ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນຫວຽດນາມ, ພິເສດແມ່ນຂົນຂວາຍລັດຖະບານ ອາເມລິກາ ມີຄວາມຮັບຜິດຊອບທີ່ມີຕໍ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ.
ກ່ອນນີ້ 40 ປີ, ທ່ານ Ramsey Clark ໄດ້ມາຫວຽດນາມ, ປະຈຸບັນ ເຖິງວ່າມີອາຍຸ 85 ປີແລ້ວທ່ານຍັງຄົງມີຄວາມຫວັງຢາກມາຢ້ຽມຢາມຫວຽດນາມ ອີກເທື່ອໜຶ່ງ ເພື່ອຊອກຮູ້ກ່ຽວກັບສະພາບການຕົວຈິງຢູ່ຫວຽດນາມໃນປະຈຸບັນ.
” 40 ປີ ແມ່ນໄລຍະເວລາອັນຍາວນານໃນຊີວິດຂອງຜູ້ໜຶ່ງ. ພາຍຫຼັງ 40 ປີ ຂ້າພະເຈົ້າກັບຄືນຫວຽດນາມ ດ້ວຍຈຸດປະສົງຢາກຊອກຮູ້ກ່ຽວກັບການປ່ຽນແປງຂອງຫວຽດນາມພາຍຫຼັງ 40 ປີ ແມ່ນຄືແນວໃດ. ຫວຽດນາມໄດ້ມີການປ່ຽນແປງຫຼາຍຢ່າງ. ຂ້າພະເຂົ້າຖືວ່າ ສົງຄາມໄດ້ສິ້ນສຸດລົງແລ້ວ, ແຕ່ຍັງຄົງມີວຽກງານຫຼາຍຢ່າງທີ່ພວກເຮົາຈະຕ້ອງເຮັດ. ໜຶ່ງໃນບັນດາວຽກງານດັ່ງກ່າວ ແມ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ”