ຫວຽດນາມຍັງບໍ່ທັນປະຕິວັດ ວີຊາວັກຊິນ ໂຄວິດ-19

(VOVWORLD) -ຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ-19 ຢືນຢັນວ່າ ,          ຫວຽດນາມ ຍັງບໍ່ທັນປະຕິວັດ ວີຊາວັກຊິນ ໂຄວິດ-19.
  ຫວຽດນາມຍັງບໍ່ທັນປະຕິວັດ ວີຊາວັກຊິນ ໂຄວິດ-19 - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມກ່າວຄຳເຫັນທີ່ກອງປະຊຸມ

     ທີ່ກອງປະຊຸມທີ່ຈັດຂຶ້ນໃນຕອນບ່າຍວັນທີ 12 ມີນາ ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ-19 ຢືນຢັນວ່າ ,          ຫວຽດນາມຍັງບໍ່ທັນປະຕິວັດ ວີຊາວັກຊິນ ໂຄວິດ-19. ປະຈຸບັນ ມີພຽງນັກຊ່ຽວຊານໄດ້ຮັບອະນຸຍາດເຂົ້າເມືອງເທົ່ານັ້ນ, ແລະ ເຖິງວ່າໄດ້ສັກຢາວັກຊິນແລ້ວ ແຕ່ກໍຕ້ອງປະຕິບັດການແຍກປ່ຽວເປັນເວລາ 14 ວັນ. ເພື່ອສາມາດມີຄວາມພ້ອມປະຕິບັດ “ວີຊາວັກຊິນ ໂຄວິດ-19” ຖ້າຫາກເຫັນວ່າ ມີຄວາມຈຳເປັນໃນອະນາຄົດ, ກະຊວງສາທາລະນະສຸກ ໄດ້ມີບັນດາບາດກ້າວກະກຽມໃນເບື້ອງຕົ້ນ ແລະ ລະບົບເຕັກນິກຈະກຽມພ້ອມໃນເດືອນເມສາໜ້ານີ້. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໃຫ້ຮູ້ວ່າ :

“ລະບົບເຕັກນິກຂອງ ຫວຽດນາມຍັງບໍ່ທັນອະນຸຍາດໃຫ້ປະຕິວັດ ວີຊາວັກຊິນ ໂຄວິດ-19. ເພື່ອສາມາດມີຄວາມພ້ອມປະຕິບັດ “ວີຊາວັກຊິນ ໂຄວິດ-19” ຂະນະທີ່ປະສິດທິຜົນຂອງວັກຊິນໄດ້ຮັບການຢັ້ງຢືນໃນຕົວຈິງ. ກະຊວງສາທາລະນະສຸກ ໄດ້ມີບັນດາບາດກ້າວກະກຽມໃນເບື້ອງຕົ້ນ ແລະ ລະບົບເຕັກນິກຈະກຽມພ້ອມໃນເດືອນເມສາໜ້ານີ້”

ຕອບກັບ

ຂ່າວ/ບົດ​ອື່ນ