(ນັກກິລາແລ່ນແລະລານ ລ້າຍທິງ້ອກແອ໋ງ)
(vovworld) – ຕອນເຊົ້າວັນທີ 5/12, ບັນດານັກກິລາຍົກນ້ຳໜັກ ເລວັນກົງ ລຸ້ນນ້ຳໜັກ 49 kg ແລະ ຫງວຽນບິ່ງອານ ລຸ້ນນ້ຳໜັກ 54 kg ຄ້ວາໄດ້ 2 ຫຼຽນຄຳໃນການແຂ່ງຂັນຍົກນ້ຳໜັກທີ່ ອາຊຽນ ປາຣາເກມ 8 ພວມດຳເນີນໄປຢູ່ປະເທດ ສິງກະໂປ. ຄືດັ່ງນັ້ນແລ້ວ ເມື່ອໄລ່ມາຮອດປະຈຸບັນ, ຄະນະນັກກິລາພິການ ຫວຽດນາມ ຄ້ວາໄດ້ 14 ຫຼຽນຄຳ, ຍືນອັນດັບທີ 3 ຊົ່ວຄາວໃນຕາຕະລາງຈັດອັນດັບການແຂ່ງຂັນກິລາ ອາຊຽນ ປາຣາເກມ , ຖັດຈາກບັນດາຄະນະກິລາ ໄທ ແລະ ອິນໂດເນເຊຍ