ຫວຽດນາມ-ຍີ່ປຸ່ນເພີ່ມທະວີການຮ່ວມມືດ້ານຖະແຫຼງຂ່າວແລະສື່ສານ
(ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ
ຫງວຽນບັກຊອນ ແລະ ທ່ານນາງລັດຖະມົນຕີວ່າການກະຊວງ
ພາຍໃນແລະ ສື່ສານ Sanae Takaichi)
(vovworld) – ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ ໃນລະຫວ່າງວັນທີ 6-9/7/2015, ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນບັກຊອນ ໄດ້ມີການເຈລະຈາ 2 ຝ່າຍກັບທ່ານນາງລັດຖະມົນຕີວ່າການກະຊວງພາຍໃນ ແລະ ສື່ສານຍີ່ປຸ່ນ Sanae Takaichi ໃນວັນທີ 7/7. ທີ່ການເຈລະຈາ, ທ່ານ ຫງວຽນບັກຊອນ ສະເໜີ 2 ຝ່າຍຄວນຍູ້ແຮງການຮ່ວມມືໃນຂົງເຂດເຄືອຂ່າຍເອເລັກໂຕນິກ, ໄປສະນີ, ຄວາມຖີ່ ແລະ ກະຈາຍສຽງໂທລະພາບໃຫ້ດີກ່ວາອີກ. ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບຍີ່ປຸ່ນ ໃນການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານເຄືອຂ່າຍອິນເຕີເນັດ ແລະ ປາດຖະໜາວ່າ: ຍີ່ປຸ່ນ ຈະບຸລິມະສິດສະຫງວນແຫຼ່ງທຶນໜູນຊ່ວຍພັດທະນາ (ODA) ໃຫ້ບັນດາໂຄງການ ກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານ ຢູ່ ຫວຽດນາມ. ທ່ານນາງລັດຖະມົນຕີ Sanae Takaichi ໃຫ້ຄຳໝັ້ນສັນຍາວ່າ: ກະຊວງພາຍໃນ ແລະ ສື່ສານຍີ່ປຸ່ນ ຈະສືບຕໍ່ສະຫງວນບັນດາການໜູນຊ່ວຍ ດ້ານບຳລຸງສ້າງ ແລະ ຈະພ້ອມກັບກະຊວງການຕ່າງປະເທດຍີ່ປຸ່ນ ແລະ ອົງການໄຈກາ (JCA) ສົມທົບກັນໃນການໜູນຊ່ວຍບັນດາໂຄງການກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານ ໃຫ້ ຫວຽດນາມ. ລັດຖະມົນຕີທັງ 2 ທ່ານ ໄດ້ເຫັນດີເປັນເອກະສັນຮັກສາການໂອ້ລົມສົນທະນາເປັນປະຈຳ ເພື່ອແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການຄຸ້ມຄອງ, ສົ່ງເສີມຍູ້ແຮງການຮ່ວມມືລົງທຶນດຳເນີນທຸລະກິດ ລະຫວ່າງວິສາຫະກິດໄປສະນີ, ໂທລະຄົມ ແລະ ເຕັກໂລໂນຊີຂໍ້ມູນຂ່າວສານ ຂອງ 2 ປະເທດ. ພາຍຫຼັງການເຈລະຈາ, ການນຳ 2 ກະຊວງໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບຄວາມຖີ່ວິທະຍຸ ລະຫວ່າງກົມຄວາມຖີ່ຫວຽດນາມ ແລະ ອົງການຄຸ້ມຄອງຄວາມຖີ່ຍີ່ປຸ່ນ ແລະ ສັນຍາຮ່ວມມື ລະຫວ່າງບໍລິສັດໃຫຍ່ໄປສະນີຫວຽດນາມ (VNPOST) ແລະ ໄປສະນີຍີ່ປຸ່ນ (JPPOST).
ຕອນເຊົ້າວັນທີ 8/7, ທ່ານລັດຖະມົນຕີ ຫງວຽນບັກຊອນ ໄດ້ເປັນປະທານຮ່ວມເວທີປາໄສສົ່ງເສີມການລົງທຶນເຕັກໂລໂນຊີດ້ານຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ-ຍີ່ປຸ່ນ.