ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານ Tshutumu Takebe
(ພາບ: TTXVN)
(vovworld) – “ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບຍີ່ປຸ່ນ” ນັ້ນແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ທີ່ການຕ້ອນຮັບທ່ານ Tshutumu Takebe ທີ່ປຶກສາພິເສດສຳພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດຕີລາຄາສູງຂໍ້ລິເລີ່ມສ້າງຕັ້ງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ຢູ່ ຫວຽດນາມ, ໃນນັ້ນມີການປະກອບສ່ວນຂອງທ່ານ Takebe, ສະແດງໃຫ້ເຫັນແຈ້ງການພົວພັນອັນດີງາມລະຫວ່າງ 2 ປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ຈະສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ໂຮງຮຽນທຳການເຄື່ອນໄຫວໃນເດືອນ 9/2016 ແລະ ກາຍເປັນໂຮງຮຽນມີອິດທິຜົນຊື່ສຽງຢູ່ ຫວຽດນາມ ແລະ ພາກພື້ນໂດຍໄວ. ທ່ານປະທານປະເທດກໍ່ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ແບ່ງປັນ, ໜູນຊ່ວຍ ຫວຽດນາມ ໃນພາລະກິດສ້າງສາປະເທດຊາດ ພິເສດແມ່ນພັດທະນາພື້ນຖານໂຄງລ່າງ, ຜະລິດກະສິກຳ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຍັງເນັ້ນໜັກວ່າ ຈະສ້າງທຸກເງື່ອນໄຂ ເພື່ອໃຫ້ 2 ຝ່າຍຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຫລາຍກ່ວາອີກ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ. ເຫັນດີເຫັນພ້ອມກັບບັນດາຂໍ້ສະເໜີຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ທ່ານ Takebe ຖືວ່າ: ເລື່ອງສ້າງຕັ້ງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ແມ່ນພື້ນຖານສຳຄັນ ເພື່ອຜັນຂະຫຍາຍແນວຄວາມຄິດສ້າງຕັ້ງບັນດາພະແນກບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ບໍ່ພຽງແຕ່ສະຫງວນໃຫ້ ຫວຽດນາມ ເທົ່ານັ້ນ ຫາກຍັງພັດທະນອອກສູ່ພາກພື້ນເທື່ອລະກ້າວອີກດ້ວຍ.