ທ່ານ Shosuke Mori ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບ: VGP)
(vovworld) – ທ່ີການຕ້ອນຮັບທ່ານ Shosuke Mori, ປະທານເຂດອາຊີ - ປາຊີຟິກ ຂອງທະນາຄານ Sumitomo Bangking Corporation (SMBC), ປະເທດ ຍີ່ປຸ່ນ, ໃນຕອນບ່າຍວັນທີ 27/4, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງ SMBC ສະໜອງທຶນໃຫ້ແກ່ບັນດາໂຄງການສຳຄັນຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດານັກລົງທຶນ ຍີ່ປຸ່ນ, ໃນນັ້ນມີ SMBC ເຄື່ອນໄຫວດຳເນີນທຸລະກິດຢ່າງສະດວກຢູ່ ຫວຽດນາມ, ພ້ອມທັງ ຫວັງວ່າ SMBC ຈະສືບຕໍ່ເປີດກ້ວາງການເຄື່ອນໄຫວດຳເນີນທຸລະກິດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ.
ສ່ວນທ່ານ Shosuke Mori ກໍ່ອວຍພອນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນຜູ້ນຳລັດຖະບານ, ພ້ອມທັງຢັ້ງຢືນວ່າ: SMBC ຈະສືບຕໍ່ລົງທຶນ ແລະ ເປິດກ້ວາງການເຄື່ອນໄຫວຢູ່ ຫວຽດນາມ. ປະຈຸບັນ, SMBC ໄດ້ເປີດ 2 ສາຂາຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ດ້ວຍຍອດເງິນລົງທຶນ 500 ລ້ານ USD.