ຫວຽດນາມຍາມໃດກໍຮັບປະກັນບັນດາສິດພື້ນຖານຂອງປະຊາຊົນ,ໃນນັ້ນມີສິດຂອງແມ່ຍິງ
ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ
ພາບ:baotintuc
|
(vovworld)- ວັນທີ 30/3, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ຂ່າວຄາວໃນວັນທີ 29/3, ກະຊວງການຕ່າງປະເທດ ອາເມລິກາ ໄດ້ເຊີດຊູລາງວັນແມ່ຍິງສາກົນທີ່ມີຄວາມກ້າຫານໃຫ້ແກ່ ຫງວຽນງອກຍືກີງ (ເຄີຍເອີ້ນວ່າ blogger ແມ່ເນີມ), ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ຊີ້ແຈ້ວ່າ:
“ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ປົກປ້ອງ ແລະ ຊຸກຍູ້ບັນດາສິດພື້ນຖານຂອງປະຊາຊົນ, ໃນນັ້ນ ມີສິດຂອງແມ່ຍິງ. ບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການຮັບປະກັນ ແລະ ປັບປຸງບັນດາສິດທິມະນຸດໃນໄລຍະຜ່ານມາຢ່າງບໍ່ຢຸດຢັ້ງ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມ. ຫວຽດນາມ ຖືວ່າ ເລື່ອງກະຊວງການຕ່າງປະເທດອາເມລິກາ ມອບລາງວັນໃຫ້ສ່ວນບຸກຄົນທີ່ພວມຖືກກັກຂັງພາງເພື່ອສືບສວນສອບສວນຕໍ່ການກະທຳລະເມີດກົດໝາຍຫວຽດນາມ ແມ່ນການກະທຳຂາດຄວາມພາວະວິໄສ, ບໍ່ສອດຄ່ອງ ແລະ ບໍ່ມີຜົນປະໂຫຍດໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງປະເທດ.”
ກ່ຽວຂ້ອງເຖິງວຽກງານປົກປ້ອງພົນລະເມືອງສຳລັບກໍລະນີເດັກຍິງຫວຽດນາມ ຖືກເຂັ່ນຂ້າຢູ່ ຍີ່ປຸ່ນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ຢືນຢັນວ່າ:
“ພາຍຫລັງເກີດເຫດ, ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ໄດ້ເຮັດວຽກກັບບັນດາອົງການມີຫນ້າທີ່ຮັບຜິດຊອບຂອງຍີ່ປຸ່ນ, ສະເຫນີ ຝ່າຍຍີ່ປຸ່ນ ສືບສວນສອບສວນ, ເຮັດແຈ້ງກໍລະນີດັ່ງກ່າວ.”