(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົນພິການ ຫວຽດນາມ (ວັນທີ 18/4), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ເຂົ້າຮ່ວມລາຍການຍ່າງ “ຮ່ວມເດີນທາງເພື່ອຄວາມຮັກແພງ - ຝາກຝັງຄວາມຫວັງ”, ຖືກຈັດຕັ້ງໃນຕອນເຊົ້າວັນທີ 6/4, ຢູ່ນະຄອນ ໂຮ່ຈີມິນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ໃຫ້ບຸລິມະສິດ, ເອົາໃຈໃສ່ແຫຼ່ງກຳລັງ ແລະ ປະຕິບັດຫຼາຍແຜນນະໂຍບາຍ, ນະໂຍບາຍຊ່ວຍເຫຼືອສັງຄົມ, ຮັບປະກັນສິດໃຫ້ຄົນພິການ ແລະ ຊຸກຍູ້ການເຂົ້າຮ່ວມຂອງຄົນພິການເຂົ້າໃນຊີວິດສັງຄົມ ແລະ ພັດທະນາເສດຖະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ:
“ເພື່ອປຸກລະດົມ, ແບ່ງປັນ ແລະ ຊ່ວຍເຫຼືອໃຫ້ຄົນພິການຢ່າງແທດຈິງ, ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງສືບຕໍ່ປະຕິບັດສຳເລັດລະບົບນະໂຍບາຍກ່ຽວກັບຄົນພິການ. ຄົ້ນຄ້ວາ, ປັບປຸງ, ເພີ່ມເຕີມບັນດາຂໍ້ກຳນົດບໍ່ເໝາະສົມທີ່ກ່ຽວຂ້ອງເຖິງຄົນພິການ. ມີແຜນນະໂຍບາຍທີ່ມີປະສິດທິຜົນສົ່ງເສີມຄົນພິການເຂົ້າຮ່ວມຕະຫຼາດແຮງງານຫຼາຍກ່ວາອີກ. ປະຕິບັດຄົບຖ້ວນ, ເຂັ້ມງວດກົດໝາຍວ່າດ້ວຍຄົນພິການ, ສ້າງເງື່ອນໄຂສະດວກໃຫ້ຄົນພິການມີວຽກເຮັດງານທຳ ແລະ ເຊື່ອມຕົວເຂົ້າກັບປະຊາຄົມ...”
ທີ່ລາຍການ, ບັນດານັກອຸປະຖຳ ແລະ ບັນດາຜູ້ໃຈບຸນໃຈກຸສົນໃນທົ່ວປະເທດໄດ້ສະໜັບສະໜູນຊ່ວຍເຫຼືອເປັນຈຳນວນເງິນກ່ວາ 10 ຕື້ດົ່ງເພື່ອຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າ.