ຫວຽດນາມຕັ້ງຫນ້າເຈລະຈາສອງຝ່າຍເພື່ອເພີ່ມທະວີຄວາມໝັ້ນຄົງຂອງພາກພື້ນ

ຫວຽດນາມຕັ້ງຫນ້າເຈລະຈາສອງຝ່າຍເພື່ອເພີ່ມທະວີຄວາມໝັ້ນຄົງຂອງພາກພື້ນ - ảnh 1
ຄະ​ນະ​ຜູ້​ແທນ​ການ​ທ​ະ​ຫານ​ຂັ້ນ​ສູງ​ຫວຽດ​ນາມ​ພົບ​ປະ​ກັບ​ຜູ້​ຊ່ວຍ​ວຽກ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ, David Shear
ພາບ:hoangsa.net

(vovworld)- ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ນອກກອງ​ປະ​ຊຸມ​ Shangri La 2016, ວັນ​ທີ 3/6, ພົນ​ໂທ ຫງວຽນ​ຈີວີ້ງ, ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ຕ່າງໆ​ກັບ​ຄະ​ນະ​ຜູ້​ແທນ ອາ​ເມ​ລິ​ກາ, ສິງ​ກະ​ໂປ, ອົດ​ສະ​ຕາ​ລີ, ນິວ​ເຊີ​ແລນ, ຈີນ, ກາ​ນາ​ດາ ແລະ ອີ​ຕາ​ລີ. ທີ່​ການ​ພົບ​ປະ​ກັບ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ, David Shear, ພົນ​ໂທ ຫງວຽນ​ຈີວີ້ງ ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຄວນ​ສືບ​ຕໍ່​ເປີດກວ້າງ ແລະ ເຮັດ​ໃຫ້​ເລິກ​ເຊິ່ງກວ່າເພື່ອ​ຜົນ​ປະ​ໂຫຍດ​ຂ​ອງ​ສອງ​ຝ່າຍ. ທ່ານ David Shear ຖື​ວ່າ ຄວນ​ສືບ​ຕໍ່​ຍົກ​ສູງ ແລະ ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ແລະ ໝັ້ນ​ໝາຍ​ຝ່າຍ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ຝ່າຍ​ຫວຽດ​ນາມ ໃນ​ການ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ແລະ ແກ້​ໄຂ​ບັນ​ດາ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ