ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ
ພາບປະກອບ:baoquandoi
|
(vovworld)- ນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມ ໃນເດືອນ 2/2017 ຄາດວ່າບັນລຸ 1,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 42,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເດືອນ 2 ແມ່ນເດືອນທີ່ຕ້ອນຮັບນັກທ່ອງທ່ຽວສາກົນຫລາຍສຸດໃນຫລາຍປີມານີ້ ຍ້ອນຫວຽດນາມ ພວມໃນລະດູແຫ່ງງານບຸນ ດ້ວຍຫລາຍເຫດການດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫລວງຫລາຍ. ທີ່ການປະຊຸມຂ່າວປະຈຳເດືອນຂອງລັດຖະບານດຳເນີນໃນວັນທີ 1/3, ທ່ານ ມາຍຕຽນຢູງ, ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ ຕີລາຄາວ່າ:
“ຂະແຫນງທ່ອງທ່ຽວພວມພັດທະນາດີສົມຄວນ, ສືບຕໍ່ທ່າເຕີບໂຕ. ໃນ 2 ເດືອນຕົ້ນປີ ບັນລຸໄດ້ຫລາຍໝາກຜົນເປັນຫນ້າຊື່ນຊົມ. ມີນັກທ່ອງທ່ຽວ 2,2 ລ້ານເທື່ອຄົນມາຢ້ຽມຢາມຫວຽດນາມ, ເພີ່ມຂຶ້ນ 33% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອປະຕິບັດຄາດໝາຍດຶງດູດນັກທ່ອງທ່ຽວຂອງທັງປີ.”
ນັກທ່ອງທ່ຽວອາຊີ ມາຢ້ຽມຢາມຫວຽດນາມ ບັນລຸປະມານ 1,5 ລ້ານເທື່ອຄົນ. ນັກທ່ອງທ່ຽວມາຈາກ ເອີລົບ ຄາດວ່າບັນລຸປະມານ 378.200 ເທື່ອຄົນ, ເພີ່ມຂຶ້ນ 26,3%, ໃນນັ້ນຫລາຍສຸດແມ່ນນັກທ່ອງທ່ຽວມາຈາກລັດເຊຍ. ຖັດມາແມ່ນນັກທ່ອງທ່ຽວມາຈາກ ອາຟຼິກາ.
ປີ 2017, ຫວຽດນາມ ວາງຄາດໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 11,5 ລ້ານເທື່ອຄົນ.