ຫວຽດນາມຖືການພົວພັນມິດຕະພາບ, ການຮ່ວມມືຍຸດທະ ສາດກັບລາຊະອານາຈັກອັງກິດເປັນສຳຄັນ

   ຕອນ​ຄ່ຳ​ວັນ​ທີ 8/12 ຕາມ​ເວລາ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ ຫງວຽນ​ຊິງ​ຮູ່ງ ​ແລະ​ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນສູງສະພາ​ແຫ່ງ​ຊາດ​ຫວຽດນາມ​ ທີ່​ພວມ​ຢູ່​ຢ້ຽມຢາມ​ລາຊະ​ອານາຈັກ​ອັງກິດ​ຢ່າງ​ເປັນ​ທາງ​ການ ​ໄດ້​ພົບ​ປະ​ກັບ​ທ່ານ Lindsay Hoyle ຮອງ​ປະທານ​ຜູ້​ທີ​ໜື່ງສະພາ​ຕ່ຳ​ອັງກິດ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ: ຫວຽດນາມ​ຖື​ການ​ພົວພັນມິດຕະພາບ ​ແລະ​ຮ່ວມມືຍຸດ​ທະ​ສາດ​ກັບ​ລາຊະ​ອານາຈັກ​ອັງກິດ​ເປັນ​ສຳຄັນ​ທີ່​ສຸດ, ພິ​ເສດ ​ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປີ 2010, ດຳ​ເນີນ​ຮອບ​ເຈລະຈາ​ຍຸດ​ທະ​ສາດ​ຄັ້ງທີ 1 ​ແລະ​ລົງ​ນາມ​ໃນ​ແຜນການ​ດຳ​ເນີນ​ງານ​ຫວຽດນາມ-ອັງກິດ. ການ​ຢ້ຽມຢາມ​ຄັ້ງນີ້ ​ແມ່ນ​ເພື່ອ​ແນ່​ໃສ່​ສືບ​ຕໍ່​ປັບ​ປຸງ ​ແລະ​ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ອັງກິດ ​ແລະ​ຫວຽດນາມ​ພາຍຫລັງ​ການ​ພົບ​ປະ, ທ່ານຮອງ​ປະທານ​ຜູ້​ທີ​ໜື່ງສະພາ​ຕ່ຳ​ອັງກິດສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນວ່າ ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ຈົບງາມ​ໃນ​ອະນາຄົດ. ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສອງ​ປະ​ເທດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ຫງວຽນ​ຊິງ​ຮູ່ງ​ເນັ້ນໜັກ​ວ່າ:

  “ອາດ​ເວົ້າ​ໄດ້​ວ່າ ພວກ​ຂ້າພະ​ເຈົ້າມາ​ຢ້ຽມຢາມ​ອັງກິດ​ຄັ້ງນີ້ ​​ແມ່ນ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ລະຫວ່າງ​ສອງ​ຊາດ, ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ຂອງ​ພວກ​ເຮົາ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ບັນດາ​ຄຳ​ເຫັນ ຊື່​ງທ່ານຮອງ​ປະທານ​ຜູ້​ທີ​ໜື່ງສະພາ​ຕ່ຳ​ອັງກິດ​ໄດ້​ຍົກ​ອອກ​ມາ. ການ​ຮ່ວມ​ມື​ຂອງ​ພວກ​ເຣົາບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ເປີດ​ກ້ວາງ​ອອກ​ສູ່​ຂົງ​ເຂດ​ການສຶກສາ ບຳລຸງ​ສ້າງ, ​ ເບີ່​ງແຍງ​ສຸຂະພາບ​ປະຊາຊົນ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​, ວັດທະນະທຳ, ກິລາ….ອີກ​ດ້ວຍ”

  ກ່ອນ​ໜ້ານັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ຫງວຽນ​ຊິງ​ຮູ່ງ​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ໂຄງການ​ຮ່ວມ​ມື​ບຳລຸງ​ສ້າງ​ລະຫວ່າງ​ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ແລະ​ມະຫາວິທະຍາ​ໄລ Nottingham. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 8/12, ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ​ດິງລາ​ທັງ ​ແລະ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ອັງກິດ ​ໄດ້​ລົງ​ນາມ​ໃນ​ສັນຍາຮ່ວມ​ມື​ດ້ານ​ການ​ບິນ​ລະຫວ່າງ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ສອງ​ປະ​ເທດ.
   

ໃນ​ມື້​ທີ​ສອງ​ຂອງ​ການ​ຢ້ຽມຢາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ແລະ​ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ​ສູງ​ອັງກິດ ພະນາ​ງ Baroness Dsouza ​ແລະ​ເຈລະຈາ​ກັບ​ປະທານ​ສະພາ​ຕ່ຳ​ອັງກິດ ທ່ານ John Bercow.

    ທີ່​ການ​ພົບ​ປະ​ກັບພະນາ​ງປະທານ​ສະພາ​ສູງ​ອັງກິດ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ​ຫວຽດນາມ ​ແລະ ອັງກິດ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງ ການ​ຮ່ວມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ເດືອນ 9/2010; ຢືນຢັນ​ວ່າ ​ເຫດການ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ​ເປັນຂີດ​ໝາຍ​ແຫ່ງ​ບາດ​ລ້ຽວ​ໃນ​ການຍົກ​ການ​ຮ່ວມ​ມື​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ນັບ​ທັງ​ການ​ພົວພັນສອງ​ຝ່າຍ ​ແລະ​ຫຼາຍ​ຝ່າຍ.

    ​ໃນການ​ພົບ​ປະ​ເຈລະຈາ​ກັບປະທານ​ສະພາ​ຕ່ຳ​ອັງກິດ ທ່ານ John Bercow. ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ ກໍ່​ຄື​ການ​ພັດທະນາ​ຢ່າງ​ດີງາມ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ 38 ປີ ທີ່​ຜ່ານ​ມາ ນັບ​ແຕ່​ສ້າງ​ການ​ພົວພັນ​ທາງ​ການ​ທູດ ​ເມື່ອ​ປີ 1973. ທ່ານ​ທັງ​ສອງ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ, ສົມທົບ​ກັບ​ອັງກິດ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ ​ແລະ​ ພາກ​ພື້ນ ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

     

ຕອບກັບ

ຂ່າວ/ບົດ​ອື່ນ