ຫວຽດນາມຖືເປັນສຳຄັນການພົວພັນກັບເຂດຕາເວັນອອກກາງ,ໃນນັ້ນມີອີຣານ
ທ່ານປະທານປະເທດ ເຈືອງເຕີນຊາງ
ຕ້ອນຮັບເອກອັກຄະລັດຖະທູດອີຣານ
(ພາບ: TTXVN)
(vovworld) – ຫວຽດນາມ ຖືເປັນສຳຄັນການພົວພັນກັບເຂດຕາເວັນອອກກາງ, ໃນນັ້ນມີອີຣານ. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານປະເທດ ເຈືອງເຕີນຊາງ ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດອີຣານ Hosein Alvandi Behineh ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ ໃນຕອນບ່າຍວັນທີ 21/09. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຂອບໃຈອີຣານ ທີ່ໄດ້ສະໜັບສະໜູນຫວຽດນາມ ເຂົ້າເປັນສະມາຊິກສະພາເສດຖະກິດສັງຄົມ ແລະ ສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນບັນດາອາຍຸການຈະມາເຖິງ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ 2 ປະເທດສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສຫຼາຍຝ່າຍ ແລະ ສາກົນ, ພ້ອມທັງຕີລາຄາສູງບັນດາບາດກ້າວໃໝ່ໃນການເຈລະຈານິວເຄຼຍລະຫວ່າງອີຣານ ແລະ ບັນດາປະເທດ P5+1. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດອີຣານ ກ່ຽວກັບເລື່ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈດ້ານວັດທະນະທຳລະຫວ່າງ 2 ຊາດ.
ສ່ວນທ່ານເອກອັກຄະລັດຖະທູດ Hosein Alvandi Behineh ປາດຖະໜາວ່າ, ດ້ວຍບົດບາດສຳຄັນຂອງຕົນ ຫວຽດນາມ ຈະສະໜັບສະໜູນການເພີ່ມທະວີການພົວພັນລະຫວ່າງອີຣານ ກັບອາຊຽນ.