ຫວຽດນາມຖືເປັນສຳຄັນການຮ່ວມມືຢ່າງຮອບດ້ານກັບອາເມລິກາ
ທ່ານ ຫງວຽນຈີ໋ຫວິ້ງ ແລະ ທ່ານນາງ Wendy Sherman
(ພາບ: mod.gov.vn)
(vovworld) - “ຫວຽດນາມ ຖືເປັນສຳຄັນການຮ່ວມມືຢ່າງຮອບດ້ານກັບ ອາເມລິກາ, ໃນນັ້ນມີການຮ່ວມມືທາງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ” ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນຈີ໋ຫວິ້ງ ທີ່ການຕ້ອນຮັບຄະນະຜູ້ແທນກະຊວງການຕ່າງປະເທດ ອາເມລິກາ ໂດຍທ່ານນາງ Wendy Sherman ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນຫົວໜ້າຄະນະ.
ຕາມທ່ານພົນໂທ ຫງວຽນຈີ໋ຫວິ້ງ ແລ້ວ, ໃນໄລຍະຈະມາເຖີງ, ສອງປະເທດຄວນດຳເນີນການພົບປະແລກປ່ຽນຫຼາຍກວ່າອີກເພື່ອຊອກຫາວິທີການສົບທົບທີ່ມີປະສິດທິຜົນກວ່າໃນບັນດາການເຄື່ອນໄຫວຕ່າງໆຄື: ທາບທາມຂັ້ນຍຸດທະສາດດ້ານປ້ອງກັນປະເທດ, ຍູ້ແຮງການຮ່ວມມືດ້ານເກັບກູ້ລູລະເບີດຍັງບໍ່ທັນແຕກ, ຮັບປະກັນຄວາມສະຫງົບທາງທະເລ, ແລກປ່ຽນສິ່ງທີ່ລະນຶກໄລຍະສົງຄາມ.....ຫວຽດນາມສະໜັບສະໜຸນ ແລະ ຕົກລົງອະນຸຍາດໃຫ້ ອາເມລິກາ ເພີ່ມຈຳນວນກອງຂຸດຄົ້ນ, ຊອກຫາຊາກກະດູກຂອງນັກຮົບ ອາເມລິກາ ທີ່ຖືກຂາດຫາຍໄປໃນໄລຍະສົງຄາມຢູ່ ຫວຽດນາມ; ກຽມພ້ອມເພື່ອຮັບຟັງ ແລະ ສືບຕໍ່ເປີດກວ້າງບັນດາເນື້ອໃນການຮ່ວມມືກັບ ອາເມລິກາ.