ຫວຽດນາມຖືເປັນສຳຄັນເວທີປາໄສສົນທະນາ Shangri – la ແລະ ຍາມໃດກໍ່ຕັ້ງໜ້າປະກອບຄຳເຫັນທີ່ເວທີປາໄສ
(ພົນໂທ ຫງວຽນຈິ໋ວິ້ງ ການພົບປະກັບປະລິຍາເອກ Tim Hux Ley)
(vovworld) – ຫວຽດນາມຖືເປັນສຳຄັນເວທີປາໄສສົນທະນາ Shangri – la ແລະ ຍາມໃດກໍ່ຕັ້ງໜ້າປະກອບຄຳເຫັນທີ່ເວທີປາໄສ. ນີ້ແມ່ນຄຳຢັ້ງຢືນຂອງພົນໂທ ຫງວຽນຈິ໋ວິ້ງ, ລັດຖະມົນຕີຊວຍວ່າການກະຊວງປ້ອງກັນປະເທດຫວຽດນາມ, ໃນວັນທີ 17/04, ທີ່ການພົບປະກັບປະລິຍາເອກ Tim Hux Ley, ຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດສາກົນ ພາກພື້ນອາຊີ. ພົນໂທ ຫງວຽນຈິ໋ວິ້ງ ຂອບໃຈສິງກະໂປ ໄດ້ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ສະແດງທັດສະນະຂອງຕົນໃນການເຂົ້າຮ່ວມເວທີປາໄສສົນທະນາ Shangri – la ແຕ່ລະເທື່ອ; ທ່ານປາດຖະໜາວ່າ, ໃນໄລຍະຈະມາເຖິງ, ເວທີປາໄສສົນທະນາ Shangri – la ຢູ່ສິງກະໂປ ຈະສືບຕໍ່ແມ່ນເວທີປາໄສເພື່ອໃຫ້ບັນດາປະເທດສະແດງທັດສະນະ, ປະກອບຂໍ້ລິເລີ່ມຂອງປະເທດຕົນ ຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍໃໝ່. ພົນໂທ ຫງວຽນຈິ໋ວິ້ງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຄຳເຊີນເຂົ້າຮ່ວມເວທີປາໄສໃນທ້າຍເດືອນ 05/2015 ແລະ ຈະສືບຕໍ່ສົ່ງຄະນະຜູ້ແທນເຂົ້າຮ່ວມ, ພ້ອມທັງຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໂຄງການເຮັດວຽກຂອງເວທີປາໄສ, ເພື່ອຈຸດໝາຍສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.