ຫວຽດນາມຖືເປັນສຳຄັນແລະສະໜັບສະໜູນບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສປຊ
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 30/10 – 4/11, ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ ປະເທດ ອາເມລິກາ, ຄະນະກຳມາທິການບັນດາບັນຫາການເມືອງພິເສດ ແລະ ລົບລ້າງລະບອບລ່າເມືອງຂຶ້ນ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 70, ໄດ້ດຳເນີນກອງປະຊຸມຄົບຄະນະປຶກສາຫາລືຫົວເລື່ອງ “ສຳຫລວດກວດຄືນຮອບດ້ານບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ” ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະລັກຖະທູດ ຫງວຽນທິເຟືອງງາ ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ສະໜັບສະໜູນບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງ ສະຫະປະຊາຊາດ ແລະ ໄດ້ປະກອບສ່ວນຕັ້ງໜ້າໃຫ້ການເຄື່ອນໄຫວນີ້. ທ່ານນາງເອກອັກຄະລັດຖະທູດ ຢືນຢັນຄືນວ່າ: ຫວຽດນາມ ພວມຕັ້ງໜ້າກະກຽມ ເພື່ອຈັດສົ່ງກຳລັງແພດໝໍ 2 ແລະ ກົມກອງທະຫານຊ່າງແສງ, ພ້ອມກັນນັ້ນ ຈະສືບຕໍ່ສົ່ງບັນດານາຍທະຫານຕິດຕໍ່ສື່ສານ, ນາຍທະຫານເສນາທິການ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.