ຫວຽດນາມຖືໄທແມ່ນຄູ່ຮ່ວມມືສຳຄັນໃນອາຊຽນ

 ຫວຽດນາມຖືໄທແມ່ນຄູ່ຮ່ວມມືສຳຄັນໃນອາຊຽນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ເຂົ້າ​ຢ້ຽມ​ຂ່ຳ​ນັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ
 ປ​ຣາ​ຢຸດ ຈັນ​ໂອ​ຊາ
ພາບ:vntb

(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ ພົນ​ເອກ ຈະ​ທີບ ໄຈ​ຢີນ​ດາ, ຜູ້​ບັນ​ຊາ​ການ ຕຳ​ຫລວດສູງ​ສຸດລາ​ຊະ​ອາ​ນາ​ຈັກ​ໄທ​, ວ​ັ​ນ​ທີ 19/12, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ໂດຍ​ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ນຳ​ຫນ້າ ໄປ​ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ໄທ ແລະ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ຄັ້ງ​ທີ 1 ລະ​ຫວ່າງ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ກັບ​ຕຳ​ຫລວດ ລາ​ຊະ​ອາ​ນາ​ຈັກ​ໄທ. ທ່ານ ພົນ​ໂທ ໂຕ​ເລີມ ໄດ້​ໄປ​ໄວ້​ອາ​ໄລ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດຸ​ນ​ຍະ​ເດດ ແລະ ສະ​ແດ​ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຕໍ່​ພະ​ລາ​ຊາ​ນີ, ລາ​ຊະ​ວົງ,ລັດ​ຖະ​ບານ, ສະ​ພາ​ນິ​ຕິ​ບັນ​ຍັດ​ແລະ​ທົ່ວ​ປວງ​ຊົນ​ໄທ. ທີ່​ການ​ຕ້ອນ​ຮັບ ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ປຣາ​ຢຸດ ຈັນ​ໂອ​ຊາ ໄດ້ຢືນ​ຢັນ ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ, ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ລະ​ຫວ່າງ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ໄທ ແລະ ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ເວົ້າ​ສະ​ເພາະ ເລິກ​ເຊິ່ງກວ່າ. ​ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ໄດ້​ຢືນ​ຢັນ: ຫວຽດ​ນາມ ຖື​ໄທ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ອາ​ຊຽນ. ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ສະ​ເຫນີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຊາ ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ພິ​ຈາ​ລະ​ນາ​ຊຸກ​ຍູ້​ການ​ລົງ​ນາມ​ໃນ​ສັນ​ຍາ​ສົ່ງ​ຜູ້​ຮ້າຍ​ໂດຍ​ໄວ ເພື່ອ​ເປັນ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ໃຫ້​ແກ່​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສອງ​ປະ​ເທດ.  ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ກໍ​ສະ​ເຫນີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ໄທ​ໃນ​ບັນ​ດາ​ຂົງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ແຕ່​ລະ​ປະ​ເທດ. 


ຕອບກັບ

ຂ່າວ/ບົດ​ອື່ນ