ຫວຽດນາມນຳສະເໜີຫົວຂໍ້ປຶກສາຫາລືໃຫ້ກອງປະຊຸມASGP-132

ຫວຽດນາມນຳສະເໜີຫົວຂໍ້ປຶກສາຫາລືໃຫ້ກອງປະຊຸມASGP-132 - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 131
(ພາບ: TTXVN)

(vovworld) – ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່ນອກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ (IPU) ຄັ້ງ​ທີ 131, ຕອນ​ບ່​າຍ​ວັນ​ທີ 14/10 (ກົງ​ກັບຕອນ​ເຊົ້າ​ວັນ​ທີ 15/10 ຕາມ​ເວ​ລາ ຫວຍດ​ນາມ), ທ່ານ ຫງວຽນ​ແຫ້ງ​ຟຸກ, ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ມີ​ການ​ເຈ​ລະ​ຈາ​ກັບ​ປະ​ທານ ແລະ ຄະ​ນະ​ປະ​ຈຳ​ການ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ເລ​ຂາ​ທິ​ການ​ໃຫຍ່​​ລັດ​ຖະ​ສະ​ພາ (ASGP). ທ່ານ ຫງວຽນ​ແຫ້ງ​ຟຸກ ໄດ້​ສະ​ເໜີ​​ຖືເອົາ “ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ຮູບ​ແບບ​ຊ່ວຍ​ວຽກ​ຂອງ​ລັດ​ຖະ​ສະ​ພາ” ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ລວມ​ຂອງກອງ​ປະ​ຊຸມ ASGP – 132 ຢູ່​ຮ່າ​ໂນ້ຍ ດ້ວຍ​ຄວາມ​ຫວັງ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ຮັບ​ຮອງ​ເອົາ​ຈາກ ASGP ໃນ​ກອງ​ປະ​ຊຸມ​ປີນີ້. ຫົວ​ຂໍ້​ນີ້​ຈະ​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ແບ່ງ​ປັນ​ກ່ຽວ​ກັບ​ຮູບ​ແບບ​ຈັດ​ຕັ້ງ​ຂອງ​ກົງ​ຈັກ​ຊ່ວຍ​ວຽກ​ປະ​ຈຸ​ບັນ​ຢູ່​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ, ພ້ອມ​ທັງ​ໄດ້​ວາງ​ອອກ​ບັນ​ດາ​ບຸ​ລິ​ມະ​ສິດ ແລະ ສິ່ງ​ກີດ​ຂວາງ​ຂອງ​ແຕ່​ລະ​ຮູບ​ແບບ​ເພື່ອ​ຈາກນັ້ນ​ກຳ​ນົດ​ບັນ​ດາ​ຄາດ​ໝາຍ​ສ້າງ​ກົງ​ຈັກ​ຊ່ວຍ​ວຽກ​ເໝາະ​ສົມ​ທີ່​ສຸດ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິ​ດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ສະ​ພາ​ແຕ່​ລະ​ປະ​ເທດ. ຄາດ​ວ່າ, ຄະ​ນະ​ປະ​ຈຳ ASGP ຈັດ​ຕັ້ງກອງ​ປະ​ຊຸມ​ຢ່າງ​ເປັນທາງ​ການ​ໃນ​ວັນ​ທີ 16/10 ເພື່ອ​ວາງ​ອອກ​ບັນ​ດາ​ຄຳ​ປຶກ​ສາ​ສຳ​ຄັນ​​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ທີ່ IPU ໄດ້​ວາງ​ອອກ.


ຂ່າວ/ບົດ​ອື່ນ