ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າທີ່ກອງປະຊຸມເຈົ້າຫນ້າທີ່ອາວຸໂສG20
|
(vovworld)- ໃນຂອບເຂດບັນດາການເຄື່ອນໄຫວຂອງກຸ່ມ 20 ພື້ນຖານເສດຖະກິດແຖວຫນ້າຂອງໂລກ G20, ກອງປະຊຸມຄັ້ງທີ 2 ບັນດາເຈົ້າຫນ້າທີ່ອາວຸໂສ ໄດ້ຈັດຂຶ້ນແຕ່ວັນທີ 23-24/3 ຢູ່ Frankfurt ພາຍໃຕ້ການເປັນເຈົ້າພາບຂອງ ເຢຍລະມັນ. ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ເປັນເຈົ້າການ, ຕັ້ງຫນ້າ ປະກອບຄຳເຫັນຫລາຍຢ່າງທີ່ບັນດາວາລະປຶກສາຫາລື. ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູກວາງມີງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຫວຽດນາມ ເນັ້ນຫນັກເຖິງຄວາມສຳຄັນຂອງໂລກາພິວັດ ແລະ ການຄ້າຫລາຍຝ່າຍ, ຮຽກຮ້ອງບັນດາປະເທດຈົ່ງເອົາໃຈໃສ່ປັບປຸງນະໂຍບາຍຢູ່ພາຍໃນປະເທດ ເພື່ອຮັບປະກັນຜົນປະໂຫຍດໂລກາພິວັດໄດ້ຮັບການຈັດແບ່ງຢ່າງສະໝ່ຳສະເຫມີ, ມຸ່ງໄປເຖິງການພັດທະນາກວມລວມ ແລະ ໝັ້ນຄົງ. ຄຳເຫັນປະກອບຂອງຄະນະຜູ້ແທນຫວຽດນາມແມ່ນກ່ຽວຂ້ອງເຖິງການຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ, ການຮ່ວມມືສາມຝ່າຍຫນູນຊ່ວຍ ອາຟຼິກາ, ການປະຕິບັດໂຄງການດຳເນີນງານພັດທະນາແບບຍືນຍົງຮອດປີ 2030, ຕ້ານການຄ້າຂາຍສັດປາຢ່າງຜິດກົດໝາຍ.. ໄດ້ຮັບຄວາມຊົມເຊີຍຈາກປະເທດເຈົ້າພາບ ເຢຍລະມັນ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມ.