ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າໃຫ້ກອງປະຊຸມCLMVແລະACMECS ປະສົບຜົນສຳເລັດ
ບັນດາຄວາມເຫັນ, ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ
ຫງວຽນເຕິນຢຸງ ທີ່ກອງປະຊຸມ CLMV ແລະ ACMECS
(ພາບ:VGP/Nhật Bắc)
(vovworld) – ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງໃນວິວັດການກະກຽມ ແລະ ສົມທົບກັບປະເທດເຈົ້າພາບ ມຽນມາ ສ້າງບັນດາເອກະສານໃຫ້ບັນດາກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 7 ແລະ ກອງປະຊຸມສຸດຍອດຍຸດທະສາດຮ່ວມມືດ້ານເສດຖະກິດ ເອຢາວາດີ-ເຈົ້າພະຍາ-ແມ່ຂອງ (ACMECS) ຄັ້ງທີ 6, ເຊິ່ງດຳເນີນໃນລະຫວ່າງວັນທີ 22-23/6. ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບຜົນງານຂອງ 2 ກອງປະຊຸມຄັ້ງນີ້ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີສຳຄັນ ກ່ຽວກັບການຍົກສູງປະສິດທິຜົນໃນການຮ່ວມມື, ເປີດກ້ວາງເຂດພັດທະນາເສດຖະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງບັນດາປະເທດສະມາຊິກ ແລະ ໄດ້ຮັບການຕີລາສູງຈາກບັນດາກອງປະຊຸມດັ່ງກ່າວ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົຕີຫວຽດນາມ ຫງວຽນເຕິນຢຸ້ງ ກໍແຈ້ງບັນດາແຜນການຂອງ ຫວຽດນາມ ໃນການສົມທົບກັບເວທີປາໄສເສດຖະກິດໂລກ (WEF) ເພື່ອຈັດຕັ້ງເວທີປາໄສໂອ້ລົມສົນທະນາດຳເນີນທຸລະກິດຂັ້ນສູງ ກ່ຽວກັບອະນຸພາກພື້ນແມ່ນ້ຳຂອງ ຢູ່ນອກກອງປະຊຸມສຸດຍອດ CLMV ແລະ ACMECS ປີ 2016.
ທີ່ບັນດາກອງປະຊຸມ, ການນຳຂອງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ໄທ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະສັນສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດບຸລິມະສິດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງບັນດາພື້ນຖານເສດຖະກິດ, ຊ່ວຍບັນດາປະເທດສະມາຊິກເຂົ້າຮ່ວມການຜະລິດໃນພາກພື້ນ ແລະ ທົ່ວໂລກໃຫ້ນັບມື້ນັບເລິກເຊິ່ງ; ຍາດແຍ່ງກາລະໂອກາດພັດທະນາໃໝ່ ເຊິ່ງປະຊາຄົມເສດຖະກິດ ອາຊຽນ ແລະ ບັນດາສັນຍາການຄ້າເສລີນຳມາໃຫ້, ບົນພື້ນຖານນີ້ຮັດແຄບຊ່ອງວ່າງການພັດທະນາໃນ ອາຊຽນ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ເນັ້ນໜັກວ່າ: ກອງປະຊຸມສຸດຍອດ CLMV 7 ແລະ ກອງປະຊຸມສຸດຍອດ ACMECS 6 ກໍແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງບັນດາປະເທດຢືນຢັນຄວາມຕັດສິນໃຈດ້ານການເມືອງໃນການພັດທະນາສາຍພົວພັນຮ່ວມມືຮອບດ້ານ, ປັບປຸງ ແລະ ພັດທະນາຄວາມສາມັກຄີ, ການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອກ່ວາອີກ. ບັນດາກອງປະຊຸມໄດ້ຕີລາສູງ ແລະ ເຫັນດີເປັນເອກະສັນນຳກັນວ່າ: ຈະທະວີຄູນຮູບແບບ “ປະຕູໜຶ່ງ, ຈຸດນັດພົບດຽວ” ເຊິ່ງໄດ້ນຳໃຊ້ຢ່າງມີປະສິດທິຜົນ ລະຫວ່າງ ຫວຽດນາມ ແລະ ລາວ. ຜົນສຳເລັດຂອງຮູບແບບນີ້ຈະປະກອບສ່ວນຍູ້ແຮງການແລກປ່ຽນດ້ານການຄ້າ, ການບໍລິການລະຫວ່າງ ຫວຽດນາມ ກັບປະເທດຕ່າງໆ. ຂົງເຂດກະສິກຳ, ເຊິ່ງແມ່ນໜຶ່ງໃນບັນດາທ່າແຮງຂອງ ຫວຽດນາມ, ກໍ່ໄດ້ຮັບການສົນໃຈທີ່ສຸດຈາກບັນດາປະເທດສະມາຊິກ CLMV ແລະ ACMECS ໃນທິດທາງພັດທະນາບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍກັບ ຫວຽດນາມ. ບົດບາດໜ້າທີ່ຂອງ ຫວຽດນາມ ໃນການໜູນຊ່ວຍພັດທະນາແຫຼ່ງຊັບພະຍາກອນມະນຸດ ກໍໄດ້ຖືເປັນສຳຄັນ ແລະ ຕີລາສູງ, ສ້າງປະຖົມປັດໄຈໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມື ດ້ານການສຶກສາ ແລະ ບຳລຸງສ້າງ ລະຫວ່າງ ຫວຽດນາມ ກັບບັນດາປະເທດຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ.