ຫວຽດນາມປະຕິບັດກົນໄກປະຕູດຽວແຫ່ງຊາດແລະເຊື່ອມຕໍ່ນັກນິກກົນໄກປະຕູດຽວອາຊຽນຢ່າງເປັນທາງການ
(ພິທີປະກາດການປະຕິບັດກົນໄກປະຕູດຽວແຫ່ງຊາດ
ແລະເຊື່ອມຕໍ່ດ້ານເຕັກນິກກົນໄກປະຕູດຽວອາຊຽນ)
(vovworld) – ຕອນເຊົ້າວັນທີ 08/09, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມພິທີປະກາດການປະຕິບັດກົນໄກປະຕູດຽວແຫ່ງຊາດແລະເຊື່ອມຕໍ່ດ້ານເຕັກນິກກົນໄກປະຕູດຽວອາຊຽນ. ນີ້ແມ່ນເຄື່ອງມືຕົ້ນຕໍ່ຂອງບັນດາອົງການລັດຖະບານ ເພື່ອແນໃສ່ສ້າງຄວາມສະດວກໃຫ້ດ້ານການຄ້າ ແລະ ການຂົນສົ່ງສາກົນ ກໍຄືເຊື່ອມຕໍ່ກົນໄກປະຕູດຽວອາຊຽນ ໂດຍໄວ. ພ້ອມກັບການຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດຢ່າງຕັ້ງໜ້າ, ຫວຽດນາມ ໄດ້ປະຕິບັດສຳເລດການກວດກາດ້ານນິຕິກຳ ແລະ ຫັນບັນດາຂໍ້ກຳກຳນົດເປັນກົດໝາຍພາຍໃນ ເພື່ອຜັນຂະຫຍາຍກົນໄກປະຕູດຽວອາຊຽນ ແລະ ແມ່ນໜຶ່ງໃນ 7 ສະມາຊິກອາຊຽນ ປະກາດໄດ້ຜັນຂະຫຍາຍກົນໄກປະຕູດຽວ ຖືກຕາມຄຳໝັ້ນສັນຍາ. ມື້ນີ້ ຫວຽດນາມ ໄດ້ເຊື່ອມຕໍ່ດ້ານນິກປະຕູດຽວອາຊຽນ ກັບ ອີນໂດເນເຊຍ, ມາເລເຊຍ, ໄທ ຢ່າງເປັນທາງການ ແລະ ກຽມພ້ອມໃຫ້ການເຊື່ອມຕໍ່ກົນໄກປະຕູດຽວ ອາຊຽນ ໃນທ້າຍປີນີ້. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ຢືນຢັນວ່າ: ການເຂົ້າຮ່ວມຂອງຫວຽດນາມ ແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງ ໃຫ້ບັນດາປະເທດສະມາຊິກອາຊຽນ ອື່ນ ເຂົ້າຮ່ວມການເຊື່ອມຕໍ່ໂດຍກົງກັບກົນໄກປະຕູດຽວອາຊຽນ. ພ້ອມທັງເປັນຂີດໝາຍສຳຄັນໃນວິວັດການເຊື່ອມໂຍງດ້ານເສດຖະກິດພາກພື້ນຂອງຫວຽດນາມ. ສ່ວນທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຊີ້ແຈ້ງວ່າ.
“ກົນໄກປະຕູດຽວແຫ່ງຊາດ ແລະ ກົນໄກປະຕູດຽວອາຊຽນ ແມ່ນມາດຕະການແກ້ໄຂສຳຄັນ ເພື່ອແນໃສ່ປະຕິບັດລະບຽບການບໍລິຫານຢ່າງງ່າຍດາຍ, ສ້າງຄວາມສະດວກຕາມທຳນຽບ ແລະ ມາດຕະຖານ, ຊຸກຍູ້ດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນ; ຢືນຢັນຄວາມຕັດສິນໃຈ, ຕັ້ງໜ້າ, ເປັນເຈົ້າການຂອງຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາ ພ້ອມກັບປະເທດຕ່າງໆໃນພາກພື້ນ ເພື່ອປະຕິບັດການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ໃນທ້າຍປີ 2015”.
ກົນໄກປະຕູດຽວແຫ່ງຊາດ ໄດ້ເຊື່ອມຕໍ່ກັບບັນດາກະຊວງຄື: ກະຊວງການເງິນ, ການຊວງອຸດສາຫະກຳການຄ້າ, ກະຊວງຄົມມະນາຄົນຂົນສົ່ງ. ສຳເນົາເອກະສານເກືອບທັງໝົດຂອງວິສາຫະກິດຈະຫັນເປັນງ່າຍດາຍ ແລະ ເປັນດີຈີຕອນ, ປະກອບສ່ວນຫຼຸດຜ່ອນເວລາ ແລະ ຄ່າກະກຽມເອກະສານປະຕິບັດລະບຽບການບໍລິຫານໃຫ້ວິສາຫະກິດ.