ຫວຽດນາມ-ປະເທດຂະຫຍັນຂັນເຄື່ອນ,ເຕັມໄປດ້ວຍຄວາມເອກອ້າງທະນົງໃຈແລະຄວາມສາມາດບົ່ມຊ້ອນ

ຫວຽດນາມ-ປະເທດຂະຫຍັນຂັນເຄື່ອນ,ເຕັມໄປດ້ວຍຄວາມເອກອ້າງທະນົງໃຈແລະຄວາມສາມາດບົ່ມຊ້ອນ - ảnh 1
ນະ​ຄອນ ໂຮ່​ຈີ​ມິນ ໃນ​ຍາມ​ຄ່ຳ​ຄືນ
(ພາບ​ປະ​ກອບ)

(vovworld) – ນັກ​ຂ່າວ Kim Sun Han ຂຶ້ນ​ກັບ​ສຳ​ນັກ​ຂ່າວ​ສານ Yonhap ຫາກໍ່​ສະ​ເໜີ​ຕໍ່​ຜູ້​ອ່ານ ສ. ເກົາຫຼີ ປື້ມ​ຫົວ​ໜຶ່ງ​ກ່ຽວ​ກັບ ຫວຽດ​ນາມ, ປື້ມ​ຫົວ​ນີ້​ໄດ້​ວາດ​ພາບ​ປະ​ເທດ​ຂະ​ຫຍັນ​ຂັນ​ເຄື່ອນ​, ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ​ແລະ​ ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ປື້ມ​ລວມ​ມີ 400 ໜ້າ ທັງ​ມີ​ບັນ​ດາ​ບົດ​ຂຽນ ແລະ ພາບ​ປະ​ກອບ ດ້ວຍ​ຫົວ​ຂໍ້​ວ່າ “A Passage through Viennam” ໄດ້​​ພາ​ຜູ້​ອ່ານ​ມາ​ຍັງ ປະ​ເທດ ຫວຽດ​ນາມ ມີຫຼາຍ​ຈຸດ​ຄ້າຍ​ຄື​ກັນ​ກັບ ສ. ເກົາຫຼີ. ພ້ອມ​ທັງ​ແນະ​ນຳ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ ແລະ ຊາວ ຫວຽດ​ນາມ ວິ​ລະ​ຊົນ​ໃນ​ສົງ​ຄາມ, ສະຫຼາດ​ສະຫຼຽ​ວ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ພາ​ລະ​ກິດ​ປ່ຽນໃໝ່ຂອງ​ປະ​ເທດ​ຊາດ. ພາຍຫຼັງ​ໄດ້​ສະ​ເໜີ​ຕົວ​ກັບ​ຜູ້​ອ່ານ​ເປັນ​ເວ​ລາ​ພຽງ 2, 3 ວັນ, ປື້ມ​ຫົວ​ນີ້​ໄດ້​ລອດ​ເຂົ້າ​ top 6 ປື້ມ​ຂາຍ​ດີ​ທີ່​ສຸດຢູ່ Kyobo Bookstore, ເຊິ່ງ​ແມ່ນ​​ລະ​ບົບ​ຮ້ານ​ຈຳ​ໜ່າຍ​ດ້ວຍ 22 ຮ້າຍ​ໃນ​ທົ່ວ​ປະ​ເທດ ສ. ເກົາຫຼີ. ນີ້​ແມ່ນ​ປື້​ມ​ຫົວ​ທີ 2 ຂອງ​ນັກ​ຂ່າວ Kim Sun Han ຂຽນ​ກ່ຽວ​ກັ​ບ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ