ຫວຽດນາມພວມປະຕິບັດການຫັນເປັນຕົວເມືອງຢ່າງວ່ອງໄວ
(ພາບປະກອບ) |
(vovworld)- ບົດລາຍງານວ່າດ້ວຍຫົວຂໍ້ : “ ປ່ຽນແປງທັດສະນີຍະພາບເຂດຕົວເມືອງອາຊີຕາເວັນອອກ: ຕີລາຄາທັດສະວັດພັດທະນາເຂດຕົວເມືອງ” ໂດຍທະນາຄານໂລກປະກາດເມື່ອວັນທີ 26/1 , ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມພວມປະຕິບັດການຫັນເປັນຕົວເມືອງຢ່າງວ່ອງໄວ, ຈຳນວນປະຊາກອນຢູ່ບັນດາຕົວເມືອງພວມເພີ່ມຂຶ້ນໄວ. ເຂດຕົວເມືອງຫຼາຍແຫ່ງໄດ້ຮັບການເປີດກ້ວາງ, ບັນດານະຄອນມີພົນລະເມືອງໜາແໜ້ນກ່ວາ. ບັນດາທັດສະນີຍະພາບຢູ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນພວມພັດທະນາໄວກວ່າເມືອ່ທຽບໃສ່ນະຄອນອື່ນໆ.
ຕາມບົດລາຍງານ “ປ່ຽນແປງທັດສະນີຍະພາບເຂດຕົວເມືອງອາຊີຕາເວັນອອກ: ຕີລາຄາທັດສະວັດພັດທະນາເຂດຕົວເມືອງ”, ມີປະຊາຊົນເກືອບ 200 ລ້ານຄົນໄດ້ຍົກຍ້າຍໄປຍັງເຂດຕົວເມືອງຢູ່ພາກພື້ນອາຊີຕາເວັນອອກໃນໄລຍະ 2000 – 2010.