ຫວຽດນາມພ້ອມແລ້ວທີ່ ຈະສົ່ງພົນລະເມືອງຢູ່ ລີບີກັບເມືອປະເທດ

ຫວຽດນາມພ້ອມແລ້ວທີ່ ຈະສົ່ງພົນລະເມືອງຢູ່ ລີບີກັບເມືອປະເທດ - ảnh 1

 (ພາບ: http://vov.vn)

(vovworld)- ​ຕອນ​ຄ່ຳ​ວັນ​ທີ 3/8, ສະຖານທູດ​ຫວຽດນາມ ປະຈຳ​ອີ​ຢີບ ​ໃຫ້​ຮູ້​ວ່າ, ​ໃນ​ເວລາ 16 ​ໂມງ​ຂອງ​ວັນ​ທີ 4/8, ຄົນ​ງານ​ຫວຽດນາມ 28 ຄົນ​ພວມ​ເຮັດ​ວຽກ​ຢູ່​ລີ​ບີ ​ໄປຮອດ​ດ່າ​ນ Salloum ​ເພື່ອ​ເຂົ້າອີ​ຢີບ. ຈຳນວນ​ກຳມະກອນ​ດັ່ງ​ກ່າວ​​ໄປ​ເຮັດ​ວຽກ​ຢູ່​ລີ​ບີຕາມ​ສັນຍາ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ຢູ່​ທີ່​ນີ້. ບັນດາ​ກຳມະກອນ​ເດີນທາງ​ດ້ວຍ​ທາງບົກ​ຈາກ Benghazi ຊື່​ງ​ແມ່ນ 1 ​ໃນ 2 ສະຖານ​ທີ່​ເກີດ​ການ​ສູ້​ຮົບ​ຢ່າງ​ໜັກໜ່ວງ​ຢູ່​ລີ​ບີ ​ແລະ ຫ່າງ​ຈາກ​ດ່ານ Salloum ​ໄປ​ຕາມ​ທິດຕາ​ເວັນ​ອອກ ປະມານ 600 ກມ. ຕອນ​ເຊົ້າວັນທີ 4/8, ຄະນະ​ປະຕິບັດ​ງານ​ພິ​ເສດ​ຄະນະ 1 ຂອງ​ສະຖານທູດ​ພ້ອມ​ກັບ​ບັນດາ​ພະນັກງານ​ໄດ້​ເດີນ​ທາງ​ໄປຍັງ​ດ່ານ Salloum ​ເພື່ອ​ຕ້ອນຮັບ​ບັນດາ​ກຳມະກອນດັ່ງກ່າວ. ພາຍຫຼັງເຮັດ​ສຳ​ເລັດລະບຽບ​ການ​ເຂົ້າອີ​ຢີບ ​ໃຫ້​ແກ່​ບັນດາ​ກຳມະການ​ໄດ້​, ຄະນະ​ປະຕິບັດ​ງານ​ໄດ້​ສົ່ງ​ບັນດາ​ກຳມະກອນກັບ​ເມືອ​ກາຍ​ໂຣ ດ້ວຍ​ທາງບົກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ດ່າວ​ແທງ​ຈູງ ​ໃຫ້ຮູ້​ວ່າ:

  “ສະພາບ​ການຢູ່​ລີ​ບີ​ປະຈຸ​ບັນ​ມີ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ. ຫຼາຍ​ປະ​ເທດ​​ໄດ້​ສົ່ງ​ພົນລະ​ເມືອງ​ກັບ​ເມືອ​ປະ​ເທດ​ແລ້ວ. ສະຖານທູດ​ຫວຽດນາມ ປະຈຳ​ອີ​ຢີບ ຍາມ​ໃດ​ກໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດຖະບານ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ໜູນ​ຊ່ວຍ​ການ​ສົ່ງ​ພົນລະ​ເມືອງຫວຽດນາມ ຈາກ​ລີ​ບີ ກັບ​ເມືອ​ປະ​ເທດ​ຜ່ານ​ອີ​ຢີບ ຢ່າງ​ຖືກຕ້ອງ. ພວກ​ຂ້າພະ​ເຈົ້າ​ໄດ້​ກະກຽມ​ທຸກ​ເງື່ອນ​ໄຂ​ດ້ານ​ວັດຖຸ​ຢ່າງ​ຄົບ​ຖ້ວນ​ໃຫ້​ແກ່ບັນດາ​ຄົນ​ງານ​ຫວຽດນາມ ຢູ່​ກາຍ​ໂຣ ​ແລະ ຫຼັງ​ຈາກ​ນັ້ນຈະ​ສົ່ງ​ເຂົາ​ເຈົ້າກັບ​ເມືອ​ຫວຽດນາມ​ດ້ວຍ​ຍົນ“.

  ຕາມ​ແຜນການ, ວັນ​ທີ 5/8, ບໍລິສັດ Huyndai Amco ຂອງ​ສ.​ເກົາຫຼີ ຈະ​ຈັດ​ຖ້ຽວ​ບິນ​ທຳ​ອິດ​​ໃນ​ແຜນການ​ສົ່ງ​ກຳມະກອນ​ຫວຽດນາມ 682 ຄົນ​ຈາກ​ລີ​ບີ ​ໄປ​ອີ​ຢີບ ​ແລ້ວ​ກັບ​ເມືອ​ຫວຽດນາມ.

ມີ​ປີ້ຍົນ​ໃຫ້​ແກ່​ບັນດາ​ຄົນ​ງານ​ຫວຽດນາມ​ຈາກ​ລີ​ບີ​ກັບ​ເມືອ​ປະ​ເທດ

   ດັ່ງ​ທີ່​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 4/8, ຄົນ​ງານ​ຫວຽດນາມ 25 ຄົນ​ພວມ​ເຮັດ​ວຽກ​ຢູ່​ລີ​ບີ ​ໄດ້​ເດີນທາງ​ຈາກ Benghazi ​ໄປ​ຍັງ​ດ່ານ Salloum ​ເພື່ອ​ເຂົ້າອີ​ຢີບ. ລົດ​ຂອງ​ບັນດາ​ຄົນ​ງານ​ມາ​ຮອດ Salloum ​​ໃນ​ເວລາ 16 ​ໂມງ​ຕາມ​ເວລາ​ທ້ອງ​ຖິ່ນ. ຄະນະ​ປະຕິບັດ​ງານ​ຂອງ​ສະຖານທູດ​ຫວຽດນາມ ປະຈຳອີ​ຢີບ ​ໄດ້​ຢູ່​ດ່ານ​ດັ່ງກ່າວ​ເພື່ອຕ້ອນຮັບ​ບັນດາ​ຄົນ​ງານ​ເຂົ້າ​ເມືອງ​ອີ​ຢີບ. ປະຈຸ​ບັນ, ປີ້ຍົນ​ເມືອ​ຫວຽດນາມ ​ໃຫ້​ແກ່​ຄົນ​ງານ​ເຂົ້າ​ເມືອງ​ອີ​ຢີບທັງ​ໝົດ​ກໍ່​ມີ​ຢູ່​ແລ້ວ. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 5/8, ບັນດາ​ຄົນ​ງານ​ຂຶ້ນ​ກັບ​ບໍລິສັດ Simco ແມ່ນ້ຳດ່າ ຈະ​ບິນ​ກັບ​ເມືອ​ຫວຽດນາມ. ຈຳນວນ​ຍັງ​ເຫຼືອ​ຂຶ້ນ​ກັບ​ບໍລິສັດ Vinaconexmex ຈະ​ບິນ​ຫຼັງ​ຈາກ​ນັ້ນມື້ໜຶ່ງ ຄື​ໃນ​ວັນ​ທີ 6/8./.

 

 

ຂ່າວ/ບົດ​ອື່ນ