ຫວຽດ​ນາມມອບ​​ໂອນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ Bren ໃຫ້​ແກ່​ຟີ​ລິບ​ປິນ

(VOVWORLD) -ບັນດາເອກອັກຄະລັດຖະທູດ ACB ໄດ້ເຫັນດີເປັນເອກະພາບຄວນສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍແຜນການລວມຂອງ ACB ໃນບັນດາອາຍຸການຕໍ່ໄປ, ຕັ້ງໜ້າສຸມໃສ່ ບັນດາການເຄື່ອນໄຫວຍົກສູງພາບພົດຂອງ ອາຊຽນ ປະຈຳ ສະວິດ.
ຫວຽດ​ນາມມອບ​​ໂອນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ Bren ໃຫ້​ແກ່​ຟີ​ລິບ​ປິນ - ảnh 1ສະຖານທູດ ຫວຽດນາມ ປະຈຳສະວິດ ເປັນປະທານກອງປະຊຸມທາງອອນລາຍ (ພາບ: TTXVN)

ໃນຖານະຕຳແໜ່ງເປັນປະທານຄະນະກຳມະການອາຊຽນ Bern (ACB), ສະຖານທູດ ຫວຽດນາມປະຈຳສະວິດ ຫາກໍ່ຈັດຕັ້ງກອງປະຊຸມຄັ້ງທີ 5 ຂອງ ACB ໃນປີ 2020, ສະຫຼຸບອາຍຸການເປັນປະທານ ACB ຂອງ ຫວຽດນາມ ແລະ ມອບໂອນບົດບາດ ປະທານຄະນະກຳມະການ ACB ໃຫ້ແກ່ສະຖານທູດ ຟີລິບປິນ. ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ ACB ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ, ຂະຫຍັນຂັນເຄື່ອນ, ຂໍ້ລິເລີ່ມຂອງ ຫວຽດນາມໃນການຈັດຕັ້ງບັນດາການເຄື່ອນໄຫວໂດຍກົງແລະທາງອອນລາຍ, ພ້ອມທັງຮັກສາຊ່ອງທາງພົວພັນສົມທົບກັບກະຊວງການຕ່າງປະເທດ ສະວິດ, ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ແລະ ກຸ່ມບໍລິສັດການຢາ Novartis ຂອງ ສະວິດ ຢ່າງແໜ້ນແຟ້ນ. ບັນດາເອກອັກຄະລັດຖະທູດມີຄວາມປາດຖະໜາຢາກໃຫ້ ສະຖານທູດ ຫວຽດນາມສືບຕໍ່ສົມທົບກັບ ຟີລິບປິນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາຂໍ້ລິເລີ່ມ, ການເຄື່ອນໄຫວລວມຂອງ ACB ໃຫ້ປະກົດຜົນເປັນຈິງໃນໄລຍະຈະມາເຖິງ.

ກ່ຽວກັບບັນດາຂໍ້ສະເໜີຂອງ ຫວຽດນາມທີ່ກ່ຽວຂ້ອງເຖິງຈຸດສຸມໃນການເຄື່ອນໄຫວຂອງ ACB, ບັນດາເອກອັກຄະລັດຖະທູດ ACB ໄດ້ເຫັນດີເປັນເອກະພາບຄວນສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍແຜນການລວມຂອງ ACB ໃນບັນດາອາຍຸການຕໍ່ໄປ, ຕັ້ງໜ້າສຸມໃສ່ ບັນດາການເຄື່ອນໄຫວຍົກສູງພາບພົດຂອງ ອາຊຽນ ປະຈຳ ສະວິດ. ພິເສດແມ່ນເອົາໃຈໃສ່ເປັນພິເສດຕໍ່ບັນດາຂົງເຂດຄື ເສດຖະກິດ, ການຮ່ວມມືດ້ານສາທາລະນະສຸກ ກັບບັນດາອົງການຂອງສະວິດ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຢີດີຈີຕອນ…

ຕອບກັບ

ຂ່າວ/ບົດ​ອື່ນ