ພິທີເປີດສະຫຼອງໂຮງຮຽນມັດທະຍົມຕອນປາຍ ວຽງພູຄາ
(ພາບ: phamkien/vietnam+)
(vovworld) - ຕອນບ່າຍວັນທີ 29/7, ຢູ່ເມືອງ ວຽງພູຄາ, ແຂວງ ຫລວງນ້ຳທາ, ພາກເໜືອ ລາວ, ໄດ້ດຳເນີນພິທີເປີດສະຫຼອງໂຮງຮຽນມັດທະຍົມຕອນປາຍ ວຽງພູຄາ. ນີ້ແມ່ນໂຄງການໂຮງຮຽນທີ 2 ທີ່ໄດ້ຮັບການຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ສະຫງວນມອບໃຫ້ລັດຖະບານ ລາວ ຢູ່ແຂວງ ຫລວງນ້ຳທາ ມີມູນຄ່າເກືອບ 75 ຕື້ດົ່ງ.
ກ່າວຄຳເຫັນທີ່ພິທີເປີດສະຫຼອງ ແລະ ມອບຮັບທ່ານ ຫງວຽນຈີ໋ຢຸງ, ຮອງປະທານຄະນະກຳມາທິການຮ່ວມມື ຫວຽດນາມ - ລາວ ໃຫ້ຮູ້ວ່າ: ການເປີດສະຫຼອງ, ມອບຮັບ ແລະ ນຳໂຮງຮຽນມັດທະຍົມຕອນປາຍ ວຽງພູຄາ ເຂົ້າໃນການເຄື່ອນໄຫວ ສະແດງຄວາມຕັດສິນໃຈຂອງ 2 ລັດຖະບານ, 2 ຄະນະກຳມາທິການຮ່ວມມືໃນການຍູ້ແຮງການຮ່ວມມືບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດລະຫວ່າງ 2 ປະເທດ.
ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະເທດຄະນະກຳມາທິການຮ່ວມມື ລາວ - ຫວຽດນາມ ໃຫ້ຮູ້ວ່າ: ກິດຈະກຳນີ້ແມ່ນສັນຍາລັກພິສູດໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ, ລາວ ແລະ ຫວຽດນາມ.