(vovworld) - ຫວຽດນາມ ຢືນຢັນຄຳໝັ້ນສັນຍາຊຸກຍູ້ ແລະ ປົກປ້ອງບັນດາສິດເສລີໃນການເຊື່ອຖືສາດສະໜາຄືນໃໝ່, ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຈຸງແທ່ງ, ຜູ້ຕາງໜ້າປະຈຳການຂອງຫວຽດນາມ ຢູ່ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດງຕັ້ງສາກົນອື່ນຢູ່ເຊີແນວ, ປະເທດສີວິດ, ເມື່ອວັນທີ 12/03. ກ່າວຄຳເຫັນທີ່ວາລະເຈລະຈາ ກັບບັນດາຜູ້ລາຍງານພິເສດຂອງສະຫະປະຊາຊາດກ່ຽວກັບ “ສິດເສລີ ແລະ ການເຊື່ອຖືສາດສະໜາ” ແລະ ກ່ຽວກັບ “ການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນການຕ້ານກໍ່ການຮ້າຍ”, ທ່ານເອກອັກຄະລັດຖະທູດຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສະພາສິດທິມະນຸດ ແລະ ວົງຄະນະຍາດສາກົນ ກ່ຽວກັບການສຳພັດຢ່າງຮອບດ້ານແນໃສ່ແກ້ໄຂບັນດາບັນຫາອາຄາດບາດໝາງສາດສະໜາ ແລະ ກໍ່ການຮ້າຍ, ໃນນັ້ນມີບັນດາເຫດຜົນຈາກຄວາມອຶດຫິວທຸກຍາກ, ຫວ່າງງານ, ຂາດຄວາມສະເໝີພາບ, ແບ່ງແຍກເຊື້ອຊາດຜິວພັນ ແລະ ສາດສະໜາ.
ໃນບົດກ່າວຄຳເຫັນ, ທ່ານເອກອັກຄະລັດຖະທູດກໍ່ແນະນຳສະພາບສິດເສລີໃນການເຊື່ອຖືສາດສະໜາຢູ່ຫວຽດນາມ. ເຊິ່ງຕາມນັ້ນແລ້ວ, ຊາວຫວຽດນາມ 95% ແມ່ນເຊື່ອຖືສາດສະໜາ, ສາດສະໜາທົ່ວໄປໃນໂລກຄື ສາສະໜາພຸດ, ສາດສະໜາກາໂຕນິກ, ມຸດສະລິມ ດ້ວຍການເຄື່ອນໄຫວສາດສະໜາຕ່າງໆຖືກດຳເນີນໃນແຕ່ລະປີ.