ຫວຽດນາມຢືນຢັນຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງອາຊຽນໃນການ ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ
ການປະຊຸມຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດຊຸດທີ 25
|
(vovworld)- ວັນທີ 6/3, ກ່າວຄຳເຫັນທີ່ການປະຊຸມຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດຊຸດທີ 25 , ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ, ຜູ້ຕາງໜ້າຂອງຫວຽດນາມປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ອົງການຈັດຕັ້ງສາກົນຕ່າງໆຢູ່ເຊີແນວປະເທດສະວິດ ໄດ້ຢືນຢັນວ່າ ໜຶ່ງໃນບັນດາທິດນຳ, ຈຸດປະສົງຂອງອາຊຽນທີ່ຖືກລະບຸຢ່າງຈະແຈ້ງໃນກົດບັດອາຊຽນ, ນັ້ນແມ່ນເພີ່ມທະວີປະຊາທິປະໄຕ, ຊຸກຍູ້ສິດອຳນາດແຫ່ງນິຕິບັນຍັດ, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ແລະ ບັນດາສິດເສລີອັນເປັນພື້ນຖານ. ໃນບົດກ່າວປາໄສຕໍ່ໜ້າ 47 ປະເທດສະມາຊິກ ສະພາສິດທິມະນຸດແຫ່ງສະຫະປະຊາຊາດ ພ້ອມກັບກ່ວາ 100 ປະເທດສັງເກດການ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ຫວຽດນາມຢືນຢັນບັນດາປະເທດອາຊຽນ ແບ່ງປັນຄຳໝັ້ນສັນຍາ ແລະ ຄວາມເອົາໃຈໃສ່ຂອງປະຊາຄົມໂລກທີ່ມີຕໍ່ວຽກງານປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ແລະ ຫວັງມີການສົນທະນາ ແລະ ຮ່ວມມືສ້າງສາໃນບັນຫານີ້. ພາຍຫຼັງການເຮັດວຽກຮ່ວມເມື່ອວັນທີ 6/3, ສະພາສິດທິມະນຸດແຫ່ງສະຫະປະຊາຊາດຊຸດທີ 25 ສືບຕໍ່ປຶກສາຫາລື ແລະ ອອກຂໍ້ຕົກລົງກ່ຽວກັບ 10 ຫົວຂໍ້ ລວມມີເກືອບ 50 ບັນຫາລະອຽດ. ຄາດວ່າການປະຊຸມຈະອັດລົງໃນວັນທີ 28/3 .